ທ່ານເລຂາທິການໃຫຍ່ ພັກກອມມູນິດ ອາກແຊນຕິນ, Jorge Kreyness ໃຫ້ສຳພາດ (ພາບ: TTXVN)

ທ່ານ Kreyness ເນັ້ນໜັກວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ກຳນົດຜົນສຳເລັດນະໂຍບາຍພົວພັນຕ່າງປະເທດທີ່ຂະຫຍັນຂັນເຄື່ອນ ແລະ ເອກະລາດຂອງ ຫວຽດນາມ, ນຳ ຫວຽດນາມ ກາຍເປັນປະເທດສຳຄັນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນເວທີສາກົນ.

ທ່ານເລຂາແຫ່ງຊາດພັກກອມມູນິດ ຝລັ່ງ (PCF) Fabien Roussenl, ເນັ້ນໜັກວ່າ: “ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນຜູ້ຮັກສາມູນເຊື້ອຄຸນສົມບັດ ປະສົມປະສານກັບຄວາມກວ້າໜ້າໃນເສັ້ນທາງກ້າວຂຶ້ນສັງຄົມນິຍົມ ດ້ວຍສະພາບການທີ່ເປັນເອກະລາດຂອງ ຫວຽດນາມ ຢ່າງລະມັດລະວັງ. ໃນຂົງເຂດເສດຖະກິດ, ທ່ານໄດ້ຮັກສາ ແລະ ຍູ້ແຮງການພັດທະນາຂອງ ຫວຽດນາມ, ໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ເມື່ອທ່ານຊີ້ນຳນຳພາບັ້ນຕໍ່ສູ້ຕ້ານການສໍ້ລາດບັງຫຼວງແບບບໍ່ຮູ້ອິດບໍ່ຮູ້ເມື່ອຍ.