ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: TTXVN) |
ໃນຕະຫຼອດໄລຍະ95 ປີຜ່ານມາ, ພັກກອມມູນິດຫວຽດນາມໂດຍແມ່ນກອງນຳໜ້າຂອງຊົນຊັ້ນກຳມະກອນ, ຂອງຊາວຜູ້ອອກແຮງງານແລະຂອງຊາດຫວຽດນາມໄດ້ນຳພາປະເທດຊາດຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ, ສິ່ງທ້າທາຍນາໆປະການເພື່ອສ້າງໄຊຊະນະ, ຜົນສຳເລັດອັນຍິ່ງໃຫຍ່, ສ້າງຂີດໝາຍທີ່ພົ້ນເດັ່ນໃນປະຫວັດສາດອັນສະຫງ່າລາສີຂອງຊາດ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມໂຕເລິມເນັ້ນໜັກຄືດັ່ງກ່າວໃນບົດຂຽນທີ່ມີຫົວຂໍ້ວ່າ “ຫວຽດນາມສະຫວ່າງສະໄຫວ” ເນື່ອງໃນໂອກາດສະເຫຼີມສະຫຼອງ95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ(03/02/1930 - 03/02/2025). ໃນບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງຄວາມຈິງໄດ້ຢັ້ງຢືນວ່າ: ຢູ່ ຫວຽດນາມ, ບໍ່ມີກຳລັງການເມືອງໃດນອກຈາກພັກກອມມູນິດຫວຽດນາມມີຄວາມສາມາດຢ່າງພຽງພໍ, ມີຄຸນທາດ, ພູມປັນຍາ, ບົດຮຽນປະສົບການແລະອິດທິພົນຊື່ສຽງເພື່ອຊີ້ນຳນຳພາປະເທດຊາດຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ນຳພາລະກິດປະຕິວັດຂອງຫວຽດນາມຍາດໄດ້ຫຼາຍໄຊຊະນະທີ່ນັບມື້ນັບໃຫຍ່ກ່ວາ.
ເພື່ອສືບຕໍ່ແບກຫາບໜ້າທີ່ຄວາມຮັບຜິດຊອບນັ້ນຂອງປະຫວັດສາດ, ພັກຕ້ອງເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຮັກສາຄຸນທາດປະຕິວັດ, ຍົກສູງຄວາມສາມາດໃນການຊີ້ນຳນຳພາ, ກຳອຳນາດ, ກຳລັງຕໍ່ສູ້ ແລະມີຄວາມສະໜິດຕິດພັນຢ່າງໃກ້ຊິດກັບປະຊາຊົນ. ພັກຍາມໃດກໍ່ມີການປ່ຽນແປງໃໝ່ດ້ວຍຕົນເອງ, ປັບປຸງດ້ວຍຕົນເອງ, ເສີມຂະຫຍາຍປະຊາທິປະໄຕພາຍໃນພັກ, ກໍ່ສ້າງຖັນແຖນພະນັກງານທີ່ເຂັ້ມແຂງ, ປອດໄສ, ຢຶດໝັ້ນກັບເປົ້າໝາຍ, ອຸດົມການຂອງລັດທິມາກເລນິດ, ແນວຄິດໂຮ່ຈີມິນ.
ຕອນທ້າຍບົດຂຽນ, ທ່ານເລຂາທິການໃຫຍ່ຢັ້ງຢືນວ່າປັດຈຸບັນດ້ວຍສະມາຊິກພັກກ່ວາ 5,4ລ້ານຄົນ, ພັກກອມມູນິດ ຫວຽດນາມມີກຳລັງແຮງຢ່າງພຽງພໍເພື່ອປະຕິບັດໜ້າທີ່ຮັບຜິດຊອບນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.

