ເກາະ Greenland (ພາບ: THX/TTXVN)

Greenland ບໍ່ແມ່ນສິ່ງເພື່ອຂາຍ. ວັນທີ 3 ກຸມພາ, ທ່ານນາຍົກລັດຖະມົນຕີ ແດນມາກ Mette Fredriksen ໄດ້ອອກຖະແຫຼງການຄືແນວນັ້ນພາຍຫຼັງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ ມີເຈດຈຳນົງຈະຊື້ເກາະແຫ່ງນີ້ຢ່າງຈິງຈັງ. ກ່າວຄຳເຫັນຕໍ່ໜ້າກອງປະຊຸມບໍ່ເປັນທາງການຂອງບັນດາການນຳສະຫະພາບ ເອີລົບ ຢູ່ ບຣູກແຊນ (ແບນຊິກ), ທ່ານນາຍົກລັດຖະມົນຕີ Mette Fredriksen ຊີ້ແຈ້ງວ່າ Greenland ແມ່ນສ່ວນໜຶ່ງຂອງລາຊະອານາຈັກ ແດນມາກ. ນັ້ນແມ່ນສ່ວນໜຶ່ງໃນດິນແດນຂອງ ແດນມາກ ແລະ ບໍ່ແມ່ນສິ່ງເພື່ອຂາຍ. Greenland ມີທີ່ຕັ້ງຍຸດທະສາດສຳຄັນພິເສດເມື່ອນອນໃນເສັ້ນທາງສັ້ນທີ່ສຸດເຊື່ອມຕໍ່ ເອີລົບ ແລະ ອາເມລິກາເໜືອ. ເກາະແຫ່ງນີ້ມີທີ່ຕັ້ງບົດບາດຫຼັກແຫຼ່ງສຳລັບລະບົບກ່າວເຕືອນລູກສອນໄຟນຳວິຖີຂອງອາເມລິກາ, ກາຍເປັນບຸລິມະສິດຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump.