ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ ເຮັດວຽກກັບກຸ່ມບໍລິສັດ ຮ່ວາຟາດ(ພາບ: VOV)

ໃນລາຍການປະຕິບັດງານຢູ່ແຂວງ ກ໋ວາງຫງາຍ, ຕອນບ່າຍວັນທີ 9 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກຸ່ມບໍລິສັດ ຮ່ວາຟາດ ຢູ່ເຂດປະສົມຂາງເຫຼັກກ້າ ຮ່ວາຟາດ ຢຸງກວັດ, ແຂວງ ກ໋ວາງຫງາຍ.

ໂດຍເນັ້ນໜັກວ່າ ຫວຽດນາມ ພວມປະຕິບັດພາລະກິດການຫັນປະເທດຊາດເປັນອຸດສາຫະກຳ, ເຫັນເປັນທັນສະໄໝ, ດັ່ງນັ້ງຕ້ອງມີຂະແໜງອຸດສາຫະກຳພື້ນຖານຄື: ເຫຼັກກ້າ, ເຄມີ, ພະລັງງານ, ນ້ຳມັນອາຍແກັດ… ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກຸ່ມບໍລິສັດໃຫຍ່, ໃນນັ້ນມີກຸ່ມບໍລິສັດ ຮ່ວາຟາດ, ສືບຕໍ່ເສີມຂະຫຍາຍບົດບາດແມ່ນໜຶ່ງໃນບັນດາຫົວໜ່ວຍປະກອບສ່ວນສຳຄັນເຂົ້າໃນການພັດທະນາຂະແໜງອຸດສາຫະກຳເຫຼັກກ້າ ແລະ ວິວັດການປະຕິບັດການຫັນຫວຽດນາມເປັນອຸດສາຫະກຳ ແລະ ທັນສະໄໝ.

ຕາມທ່ານ ເຈິ່ນດິ່ງລອງ, ປະທານສະພາບໍລິຫານກຸ່ມບໍລິສັດຮ່ວາຟາດແລ້ວ, ປັດຈຸບັນ ຮ່ວາຟາດພວມໃຫ້ບຸລະມິສິດສຸມໃສ່ນຳເຂດປະສົມຜະລິດຂາງ ແລະ ເຫຼັກຮ່ວາຟາດ ຢຸງກວັດ 2 ເຂົ້າເຄື່ອນໄຫວ ແລະ ສືບຕໍ່ລົງທຶນພັດທະນາຜະລິດບັນດາຜະລິດຕະພັນເຫຼັກທີ່ມີຄຸນນະພາບສູງເພື່ອແນໃສ່ຮັບໃຊ້ບັນດາໂຄງການຈຸດສຸມລະດັບຊາດ, ໃນນັ້ນ ພິເສດໃຫ້ບຸລິມະສິດຮັບໃຊ້ໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງຕອນເໜືອ - ໃຕ້ ໄລຍະ 2026 – 2030.