ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມ (ພາບ: VOV) |
ກ່າວຄຳເຫັນໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການສ້າງ ແລະ ບູລະນະລະບອບລະບຽບການໃຫ້ສົມບູນແບບ ແມ່ນໜຶ່ງໃນ 3 ບຸກທະລຸຍຸດທະສາດ, ແຜນນະໂຍບາຍໃຫຍ່ຂອງພັກ, ເພາະວ່າ ມີລະບອບລຽບການທີ່ແທດເໝາະ ຈະສ້າງກຳລັງໜູນພັດທະນາປະເທດຊາດ.
“ໂດຍປະຕິບັດປີຍູ້ແຮງ ນັ້ນແມ່ນ ທີໜຶ່ງຍູ້ແຮງຄວາມຄືບໜ້າຍົກສູງຄຸນນະພາບການກໍ່ສ້າງກົດໝາຍຖືກຕ້ອງຕາມຄວາມຄືບໜ້າທີ່ໄດ້ວາງອອກ. ທີສອງແມ່ນຍູ້ແຮງການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຈາກການປະຕິບັດຕົວຈິງ ເພື່ອຄົ້ນຄວ້າ, ປັບປຸງ, ບູລະນະໃຫ້ສົມບູນແບບໃນວິວັດການສ້າງກົດໝາຍ; ທີສາມແມ່ນຍູ້ແຮງວຽກງານສຳຫຼວດກວດກາການຫັນເປັນລະບົບ; ທີສີ່ແມ່ນຍູ້ແຮງກົນໄກແບ່ງຂັ້ນ, ແບ່ງສິດໃຫ້ເໝາະສົມ, ມີຄວາມເປັນໄປໄດ້ ແຕ່ມີປະສິດທິຜົນໃນວຽກງານສົມທົບກັບອົງການຕ່າງໆໃນລະບົບການເມືອງ ກໍຄືໃນການສ້າງ ແລະ ຈັດຕັ້ງປະຕິບັດກົດໝາຍ; ທີຫ້າ ແມ່ນວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍ, ເຮັດແນວໃດໃຫ້ມີຄວາມດູດດື່ມ, ຈະແຈ້ງ ເຮັດໃຫ້ປະຊາຊົນຮູ້, ປະຊາຊົນເຂົ້າໃຈ ແລະ ປະຊາຊົນປະຕິບັດຕາມ”.

