ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານ Malgorzata Kidawa-Blonska ປະທານສະພາສູງ (ພາບ: VOV)

ທີ່ບັນດາການພົບປະ, ການນຳສະພາແຫ່ງຊາດໂປໂລຍໄດ້ສະແດງຄວາມຊົມເຊີຍຕໍ່ການຢ້ຽມຢາມໂປໂລຍຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືບຸລິມະສິດຂອງ ໂປໂລຍ ຢູ່ພາກພື້ນ ແລະ ສະໜັບສະໜູນ ລັດຖະບານໂປໂລຍພັດທະນາ ການພົວພັນກັບ ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່.

ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງບັນດາການພັດທະນາທີ່ຕັ້ງໜ້າໃນຫຼາຍຂົງເຂດໃນການພົວພັນລະຫວ່າງສອງປະເທດ, ການພັດທະນາທີ່ມີຄວາມຂະຫຍັນຂັນເຄື່ອນ ໃນການຮ່ວມມືລະຫວ່າງສອງສະພາແຫ່ງຊາດໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງລະດັບຄວາມສຳຄັນຂອງສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບ ເອີລົບ (EVIPA)ຕໍ່ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ທ່ານສະເໜີ ສະພາຕ່ຳໂປໂລຍ ໃຫ້ສັດຕະຍາບັນສັນຍາສະບັບນີ້ໂດຍໄວກໍ່ຄືສະໜັບສະໜູນຄະນະກຳມະການເອີລົບຍົກເລີກບັດເຫຼືອງ IUU ສຳລັບສິນທະເລ ສົ່ງອອກຂອງ ຫວຽດນາມໂດຍໄວ. ແລະກໍ່ໃນວັນດຽວກັນ, ຢູ່ນະຄອນຫຼວງ Wasava ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບກຸ່ມສະມາຊິກລັດຖະສະພາມິດຕະພາບ ໂປໂລຍ ຫວຽດນາມ.