ທ່ານນາຍົກລັດຖະມນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ (ພາບ: VOV)

ສຳລັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍ ສືບຕໍ່ຜັນຂະຫຍາຍຄວາມຮັບຮູ້ລວມລະຫວ່າງການນຳສູງສຸດຂອງສອງພັກ, ສອງລັດໃຫ້ມີປະສິດທິຜົນ, ຮັກສາການພົບປະຂັ້ນສູງ ແລະ ທຸກຂັ້ນເພື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍສະເໜີໃຫ້ສອງຝ່າຍມານະພະຍາຍາມປັບປຸງພື້ນຖານສັງຄົມຂອງການພົວພັນສອງຝ່າຍ, ຜັນຂະຫຍາຍປີພົບປະແລກປ່ຽນວັດທະນະທຳມະນຸດ ຫວຽດນາມ - ຈີນ ປີ 2025 ໃຫ້ເປັນຢ່າງດີ ແລະ ຖືນີ້ແມ່ນໂອກາດທີ່ດີເພື່ອຍູ້ແຮງການພົວພັນແລກປ່ຽນປະຊາຊົນ ແລະ ການໂຄສະນາເຜີຍແຜ່ກ່ຽວກັບໄມຕີຈິດມິດຕະພາບລະຫວ່າງສອງປະເທດ.

ການພົບປະສອງຝ່າຍ (ພາບ: VOV)

ສ່ວນທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ຢັ້ງຢືນວ່າ ຈີນ ຈະເປີດປະຕູຕະຫຼາດໃຫ້ແກ່ສິນຄ້າທີ່ມີຄຸນນະພາບສູງຂອງ ຫວຽດນາມ ຫຼາຍກວ່າອີກ, ໃນນັ້ນ ມີປະເພດສິນຄ້າຜະລິດຕະພັນກະເສດ; ເຫັນດີເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງທາງຄົມມະນາຄົມ, ຊຸກຍູ້ການຮ່ວມມືສ້າງ ແລະ ຮັກສາລະບົບສະໜອງ, ລະບົບການຜະລິດຢູ່ພາກພື້ນເປັນປົກກະຕິ, ສະໜັບສະໜູນຫວຽດນາມ ເປັນເຈົ້າພາບຈັດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ ປີ 2027 (APEC 2027).

ເນື່ອງໃນໂອກາດນີ້, ດ້ວຍການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີສອງທ່ານ, ຜູ້ຕາງໜ້າກະຊວງການຕ່າງປະເທດຂອງ ຫວຽດນາມ ແລະ ຈີນ ໄດ້ມອບ-ຮັບຈົດໝາຍທາງການລະຫວ່າງສອງກະຊວງ ວ່າດ້ວຍການສ້າງຕັ້ງສະຖານກົງສູນ ຫວຽດນາມ ປະຈຳ ນະຄອນ ຈູງຊິງ, ຈີນ.