ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະລາແອັນ ແລະ ທ່ານປະທານາທິບໍດີ Donald Trump (ພາບ: AFP/TTXVN)

ວັນທີ 2 ກຸມພາ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະລາແອັນ ໄດ້ເດີນທາງຈາກ Tel Aviv, ເລີ່ມຕົ້ນການຢ້ຽມຢາມ ອາເມລິກາ ເພື່ອເຈລະຈາ ກັບທ່ານປະທານາທິບໍດີ Donald Trump ດ້ວຍຄວາມຫວັງສ້າງການພົວພັນກັບ ວໍຊິງຕັນຄືນໃໝ່ພາຍຫຼັງບັນດາຄວາມເຄັ່ງຕຶງກັບອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ກ່ຽວກັບການປະທະກັນຢູ່ເຂດ Gaza. ການຢ້ຽມຢາມຂອງທ່ານ Benjamin Netanyahu ໄດ້ດຳເນີນໃນສະພາບການຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ໄດ້ປະສົບກັນການຄັດຄ້ານຢ່າງແຮງຂອງບັນດາຜູ້ຄົນທີ່ເດີນຕາມແນວທາງແຂງກະດ້າງຢູ່ ອິດສະລາແອັນ ຍ້ອນວ່າເຂົາເຈົ້າຖືວ່າ ຂໍ້ຕົກລົງນີ້ໄດ້ຢຸດຕິການປະທະກັນເມື່ອຂະບວນການອິດສະລາມປະກອບອາວຸດ Hamas ຖືກປະລາໄຊຢ່າງສິ້ນເຊິງ.

ໃນອາຍຸການກ່ອນ (2016 - 2020), ທ່ານ Trump ໄດ້ນຳບັນດາຜົນສຳເລັດມາໃຫ້ທ່ານ Netanyahu, ໃນນັ້ນມີການຍົກຍ້າຍສະຖານທູດ ອາເມລິກາໄປປະຈຳຢູ່ Jerusalem ແລະ ເຊັນສັນຍາ Abraham, ຫັນການພົວພັນລະຫວ່າງ ອິດສະລາແອັນ ແລະ ບາງປະເທດ ອາຣັບລວມມີ: ສະຫະລັດອາຣັບ ເອມີເລັດ (UAE) ແລະ Bahrain ໃຫ້ເປັນປົກກະຕິ.