ທ່ານປະທານາທາບໍດີ ອາເມລິກາ ເຊັນລັດຖະດຳລັດຢູ່ທຳນຽບຂາວ (ພາບ: Getty Images/TTXVN)

ວັນທີ 6 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນລັດຖະດຳລັດປະຕິບັດກົດໝາຍເພື່ອແນໃສ່ຈັດວາງຄຳສັ່ງລົງໂທດສຳລັບສານອາຍາສາກົນ (ICC) ທີ່ອົງການນີ້ໄດ້ເລັ່ງໃສ່ອາເມລິກາ ແລະ ບັນດາປະເທດສຳພັນທະມິດ, ໃນນັ້ນມີ ອິດສະລາແອັນ. ຕາມທ່ານ Trump ແລ້ວ, ICC ບໍ່ມີສິດພິພາກສາສຳລັບ ອາເມລິກາ ຫຼື ອິດສະລາແອັນ, ຍ້ອນວ່າທັງສອງປະເທດບໍ່ແມ່ນສະມາຊິກຂອງສິດທິສັນຍາ Rome ຫຼືສະມາຊິກ ICC.

ດ້ວຍລັດຖະດຳລັດສະບັບນີ້, ອາເມລິກາຈະປະກາດຄຳສັ່ງອາຍັດສັບຊິນ ແລະ ຄຳສັ່ງຫ້າມເຂົ້າເມືອງສຳລັບເຈົ້າໜ້າທີ່, ພະນັກງານຂອງ ICC ໝົດທຸກຄົນ ແລະ ສະມາຊິກໃນຄອບຄົວຂອງເຂົາເຈົ້າ, ພ້ອມທັງທຸກເປົ້າໝາຍທີ່ໄດ້ຮັບຖືວ່າ ຊ່ວຍ ICC ໃນການສືບສວນພົນລະເມືອງ ອາເມລິກາ ແລະ ບັນດາສຳພັນທະມິດຂອງ ອາເມລິກາ.

ການກະທຳຂອງອຳນາດການປົກຄອງປະທານາທິບໍດີ ອາເມລິກາ Trump ໄດ້ດຳເນີນພາຍຫຼັງບັນດາສະມາຊິກສະພາສູງພັກປະຊາທິປະໄຕໄດ້ສະກັດກັ້ນຄວາມມານະພະຍາຍາມຂອງພັກສາທາລະນະທີ່ແນໃສ່ລົງໂທດ ICC ເພື່ອຄັດຄ້ານຄຳສັ່ງກັກຕົວທ່ານນາຍົກລັດຖະມົນຕີ Benjamin Netanyahu ແລະ ທ່ານ Yoav Gallant ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຍ້ອນວ່າດຳເນີນບັ້ນການທະຫານຢູ່ເຂດກາຊາ.