ພາບປະກອບ: AFP/TTXVN

ວັນທີ 23 ມັງກອນ, ທ່ານປະທານາທາບໍດີ Donald Trump ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານ Mohammed bin Salman ນາຍົກລັດຖະມົນຕີ ອາຣັບບິ ຊາອຸດິ. ສອງຝ່າຍໄດ້ປຶກສາຫາລືບັນດາຄວາມມານະພະຍາຍາມເພື່ອແນໃສ່ນຳສະຖຽນລະພາບມາໃຫ້ພາກຕາເວັນອອກກາງ, ເພີ່ມທະວີຄວາມໝັ້ນຄົງໃນພາກພື້ນ ແລະ ຕ້ານການກໍ່ການຮ້າຍ. ເນື້ອໃນປຶກສາຫາລືກໍ່ລວມມີບັນດາແຜນການເສດຖະກິດສາກົນ ຂອງ ອາຣັບບິ ຊາອຸດິໃນ 4 ປີຈະມາເຖິງກໍ່ຄືການຄ້າ ແລະ ບັນດາໂອກາດອື່ນໆເພື່ອແນໃສ່ເພີ່ມທະວີຄວາມວັດທະນາຖາວອນຂອງອາເມລິກາ ແລະ ອາຣັບບິ ຊາອຸດິ. ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທຳອິດກັບປະມຸກລັດຕ່າງປະເທດຄົນທຳອິດຂອງທ່ານປະທານາທິບໍດີ Donald Trump ນັບແຕ່ເວລາຮັບດຳລົງຕຳແໜ່ງໃນວັນທີ 20 ມັງກອນ.