ວັນທີ 30 ມັງກອນ, ກ່າວຄຳເຫັນກັບວົງການສື່ມວນຊົນຢູທຳນຽບຂາວທີ່ນະຄອນຫຼວງ ວໍຊິງຕັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ອຳນາດການປົກຄອງຂອງທ່ານ ຈະປະຕິບັດແຜນການຈັດວາງພາສີນຳເຂົ້າດ້ວຍອັດຕາ 25% ສຳລັບ ຈີນ ແລະ ເມຊິກໂກ ນັບແຕ່ເດືອນກຸມພາທີ່ຈະມາເຖິງນີ້.
ເຫດຜົນຂອງການຈັດວາງພາສີໄດ້ຍົກອອກມານີ້ ລວມມີ: ກະແສຊາວອົບພະຍົບຢູ່ຊາຍແດນທາງທິດໃຕ້, ສານເສບຕິດ fentanyl ໄດ້ສົ່ງເຂົ້າ ອາເມລິກາ ແລະ ລະດັບຂາດດູນການຄ້າຫຼາຍລະຫວ່າງ ອາເມລິກາ ແລະ ບັນດາປະເທດນີ້. ຕາມທ່ານປະທານາທິບໍດີ ອາເມລິກາ ແລ້ວ, ອັດຕາພາສີອາດຈະເພີ່ມຂຶ້ນຕາມເວລາ.
