ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ເກີ່ນເທີ (ພາບ: VOV) |
ຕອນບ່າຍວັນທີ 26 ມັງກອນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ເກີ່ນເທີ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ ປີ 2024, ທິດທາງໜ້າທີ່ປີ 2025 ແລະ ວຽກງານກະກຽມຕ້ອນຮັບປີໃໝ່ປີມະເສັງ 2025.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ສະເໜີໃຫ້ການນຳນະຄອນ ສືບຕໍ່ເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ພິເສດແມ່ນຄອບຄົວເປົ້າໝາຍນະໂຍຍາຍ, ຄອບຄົວທຸກຍາກ ເພື່ອໃຫ້ທຸກຄົນລ້ວນແຕ່ໄດ້ຕ້ອນຮັບບຸນປີໃໝ່, ຕ້ອນຮັບບຸນເຕັດຢ່າງເບິກບານມ່ວນຊື່ນ.
ກໍໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມກັບຄະນະປະຕິບັດງານໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ; ຄອບຄົວທຸກຍາກ; ກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ ເກີ່ນເທີ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເສັງ 2025./.

