ທ່ານ ຫວັງຫູນິງ ກຳມະການກົມການເມືອງ, ປະທານສະພາທີ່ປຶກສາດ້ານການເມືອງແຫ່ງຊາດ ຈີນ (ພາບ: ຊິນຫົວ) |
ແຈ້ງການດັ່ງກ່າວໂດຍທ່ານ ຫູສາວໜິງ ໂຄສົກຄະນະຕິດຕໍ່ພົວພັນການຕ່າງປະເທດສູນກາງພັກກອມມູນິດ ຈີນ ຍົກອອກມາໃນວັນທີ 24 ກໍລະກົດ. ແຈ້ງການຊີ້ແຈ້ງວ່າທ່ານ ຫວາງຫູນິງ ກຳມະການກົມການເມືອງ, ປະທານ ສະພາທີ່ປຶກສາດ້ານການເມືອງ ແຫ່ງຊາດ ຈີນ ຈະເປັນຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ນຳໜ້າຄະນະຜູ້ແທນພັກກອມມູນິດຈີນ ມາຍັງນະຄອນຫຼວງຮ່າໂນ້ຍເຂົ້າຮ່ວມພິທີວາງພວງມາລາທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງໃນລະຫວ່າງວັນທີ 25 – 26 ກໍລະກົດ.

