ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: Getty Images/TTXVN)

ວັນທີ 3 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕັດສິນໃຈໂຈະການຈັດວາງພາສີນຳເຂົ້າສຳລັບ ເມັກຊີໂກ ແລະ ການາດາ ເປັນເວລາ 01 ເດືອນ. ທ່ານປະທານາທິບໍດີ Donald Trump ໄດ້ຕັດສິນໃຈໂຈະການຈັດວາງພາສີສຳລັບ ເມັກຊີໂກ ແລະ ການາດາ ພາຍຫຼັງສອງປະເທດເຫັນດີເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນເພື່ອແນໃສ່ປະຕິບັດຄຳຮຽກຮ້ອງຂອງທ່ານ ກ່ຽວກັບການສະກັດກັ້ນຄົນເຂົ້າເມືອງແບບຜິດກົດໝາຍ ແລະ ນຳຢາເສບຕິດເຂົ້າ ອາເມລິກາ. ການາດາ ໄດ້ເຫັນດີຜັນຂະຫຍາຍເຕັກໂນໂລຢີໃໝ່ ແລະ ຈັດສົ່ງບຸກຄະລາກອນຢູ່ລຽບຕາມເຂດຊາຍແດນກັບ ອາເມລິກາ ແລະ ຜັນຂະຫຍາຍບັນດາຄວາມມານະພະຍາຍາມສົມທົບກັບອາເມລິກາ ໃນການປ້ອງກັນຕ້ານອາດຊະຍາກຳທີ່ມີການຈັດຕັ້ງ, ຄ້າເຖື່ອນສານເສບຕິດ fentanyl ແລະ ການຟອກເງິນ. ໃນຂະນະນັ້ນ, ເມັກຊີໂກ ເຫັນດີເພີ່ມທະວີການປ້ອງກັນຄວາມສະຫງົບເຂດຊາຍແດນດ້ວຍການຈັດສົ່ງສະມາຊິກກຳລັງພິທັກແຫ່ງຊາດ 10.000 ຄົນ ເພື່ອແນໃສ່ສະກັດກັ້ນກະແສຄົນເຂົ້າເມືອງແບບຜິດກົດໝາຍ ແລະ ນຳຢາເສບຕິດເຂົ້າ ອາເມລິກາ.