(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ) |
ຕອນເຊົ້າວັນທີ 31 ມັງກອນ (ກົງກັບວັນທີ 03 ເດືອນ ຈຽງ ປີມະເສັງ), ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າຮ່ວມພິທີປຸກລະດົມບຸນເຕັດປູກຕົ້ນໄມ້ລະດູບານໃໝ່ປີມະເສັງ 2025, ຢູ່ສະໜາມຫຼວງ ດິງຕຽນຮ່ວາງເດ, ນະຄອນ ຮວາລື, ແຂວງ ນິງບິ່ງ.
ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຕໍ່ການປ່ຽນແປງຂອງດິນຟ້າອາກາດ. ສະນັ້ນ, ການປູກຕົ້ນໄມ້, ບົວລະບັດ ແລະ ປົກປັກຮັກສາປ່າ ຕິດພັນກັບຍຸດທະສາດ “ເສດຖະກິດສີຂຽວ” ບໍ່ພຽງແຕ່ມີຄວາມໝາຍສ້າງໂຄງປະກອບຮູບແບບເຕີບໂຕ ໂດຍອີງໃສ່ພື້ນຖານພັດທະນາ “ພື້ນຖານໂຄງລ່າງສີຂຽວ” ເທົ່ານັ້ນ, ຫາກຍັງຊຸກຍູ້ຄວາມສີວິໄລຊີວະພາບອີກດ້ວຍ. ທ່ານເລຂາທິການໃຫຍ່ ໂຕເລິມ, ສະເໜີວ່າ:
“ອຳນາດການປົກຄອງທຸກຂັ້ນຂອງແຂວງ ນິງບິ່ງ, ບັນດາກະຊວງ, ຂະແໜງການ, ແນວໂຮມປະເທດຊາດ ຫວຽດນາມ, ໝູ່ຄະນະຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງໂຄສະນາຈຸດປະສົງ, ຄວາມໝາຍຂອງບຸນເຕັດປຸກຕົ້ນໄມ້ເຖິງມະຫາຊົນ ຢ່າງເລິກເຊິ່ງ, ດ້ວຍຫຼາຍຮູບຫຼາຍແບບ. ພ້ອມກັນນັ້ນ, ສ້າງຄວາມຫ້າວຫັນເຂົ້າຮ່ວມຂະບວນການປູກຕົ້ນໄມ້, ຍົກສູງສະຕິຄວາມຮັບຮູ້ ແລະ ມີມາດຕະການຢ່າງມີປະສິດທິພາບ ເພື່ອປົກປັກຮັກສາປ່າ, ການປ້ອງກັນ, ຕ້ານໄຟໄໝ້ປ່າ, ສະກັດນັ້ນການທຳລາຍ, ຈຸດເຜົາປ່າ, ຂຸດຄົ້ນປ່າຢ່າງຜິດກົດໝາຍ”.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ໄດ້ເຂົ້າຮ່ວມພິທີເປີດສະຫຼອງເສັ້ນທາງ ເລຢວນ ແລະ ຂົວແມ່ນຳ ເວີນ, ນະຄອນ ຮວາລື.

