ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮັບການຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim(ພາບ: nhandan.vn)
|
ຕອນຄ່ຳວັນທີ 25 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຮັບການຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 2 ຢູ່ ຮ່າໂນ້ຍ. ທີ່ການຕ້ອນຮັບ, ເມື່ອແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, 2 ຝ່າຍເຫັນດີເພີ່ມທະວີການແລກປ່ຽນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ; ຜັນຂະຫຍານບັນດາກົນໄກຮ່ວມມື 2 ຝ່າຍໃຫ້ມີປະສິດທິຜົນ ແລະ ກ້າວໄປເຖິງການສ້າງຕັ້ງບັນດາກົນໄກໃໝ່, ສອດຄ່ອງກັບຄວາມຕ້ອງການຮ່ວມມືລະຫວ່າງ 2 ປະເທດ; ຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືໃນບັນດາຂົງເຂດສຳຄັນອື່ນໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຄ້າ - ການລົງທຶນ, ແຮງງານ, ການສຶກສາ, ວັດທະນະທຳ, ທ່ອງທ່ຽວ ແລະ ການພົວພັນແລກປ່ຽນປະຊາຊົນ.
ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນ ອາຊຽນ ແລະ ສະຫະປະຊາຊາດ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບ:VOV) |
ເນື່ອງໃນໂອກາດນີ້, ໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ເຊັ່ນດຽວກັນ. ນະທີ່ນີ້, ສອງຝ່າຍໄດ້ເຫັນດີຖືວ່າ ຄວາມຕ້ອງການ ແລະ ກຳລັງບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດຍັງມີຫຼວງຫຼາຍທີ່ສຸດ, ໂດຍສະເພາະແມ່ນໃນບັນດາຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພັດທະນາສີຂຽວ, ການຫັນເປັນດີຈີຕອນ, ນ້ຳມັນອາຍແກັດ, ການປະມົງ, ທັນຍາຫານ halal ແລະ ການທ່ອງທ່ຽວ.


