ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ທີ່ການໂອ້ລົມທາງໂທລະສັບ
(ພາບ: TTXVN)

ຕອນຄ່ຳວັນທີ 04 ກຸມພາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທີໜຶ່ງພັກກອມມູນິດ ກຸຍບາ, ປະທານປະເທດ ສ.ກຸຍບາ Miguel Diaz- Canel. ທີ່ການໂອ້ລົມທາງໂທລະສັບນີ້, ການນຳ 2 ພັກ, 2 ລັດ ໄດ້ແບ່ງປັນສະພາບການຂອງແຕ່ລະພັກ, ແຕ່ລະປະເທດ ແລະ ຢືນຢັນຄືນໃໝ່ຄວາມສຳຄັນຂອງສາຍພົວພັນມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະ ກຸຍບາ, ຖືນັ້ນແມ່ນຊັບສົມບັດອັນລ້ຳຄ່າຂອງ 2 ຝ່າຍທີ່ຕ້ອງມານະພະຍາຍາມປັບປຸງ ແລະ ພັດທະນາ.

2 ຝ່າຍໄດ້ເຫັນດີຊຸກຍູ້ການຜັນຂະຫຍາຍການເຄື່ອນໄຫວຮ່ວມມື ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງປະຫວັດສາດເຖິງ ກຸຍບາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເມື່ອເດືອນ ກັນຍາ 2024; ຕັ້ງໜ້າຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງຂຶ້ນຢ່າງສົມກຽດ, ການພົວພັນແລກປ່ຽນປະຊາຊົນໃນປີມິດຕະພາບ ຫວຽດນາມ - ກຸຍບາ 2025.