ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ແລະ ທ່ານປະທານສະພາແຫ່ງຊາດ ຝລັ່ງ Yael Braun-Pivet (ພາບ: VOV) |
ໃນຂອບເຂດການເຂົ້າຮ່ວມບັນດາການເຄື່ອນໄຫວຂອງກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາບັນດາປະເທດທີ່ນຳໃຊ້ຝລັ່ງ (APF) ຄັ້ງທີ 50 ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ ໃນວັນທີ 12 ກໍລະກົດ ແລະ ວັນທີ 13 ກໍລະກົ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ມີການພົບປະສອງຝ່າຍ ກັບການນຳລັດຖະສະພາ ແລະ ບັນດາກົນໄກຂຶ້ນກັບ ສະຫະພັນ.
ຢູ່ບັນດາການພົບປະ ກັບທ່ານປະທານສະພາແຫ່ງຊາດ ຝລັ່ງ Yael Braun-Pivet ແລະ ທ່ານປະທານສະພາສູງ ຝລັ່ງ Gérard Larcher, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມດີໃຈເມື່ອຝລັ່ງຈັດຕັ້ງສຳເລັດກອງປະຊຸມສະມັດຊາໃຫຍ່ APF-5, ເນັ້ນໜັ້ກເຖິງການພົວພັນສອງຝ່າຍອັນດີງາມລະຫວ່າງສອງປະເທດ, ພິເສດແມ່ນສຳລັບການຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນທ້າຍປີ 2024. ຝລັ່ງແມ່ນປະເທດທຳອິດໃນສະຫະພາບເອີລົບທີ່ ມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ຫວຽດນາມ.
ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ແລະ ທ່ານນາງNathalie Roy ຮອງປະທານສະພາແຫ່ງຊາດ ຜູ້ທີໜຶ່ງ APF (ພາບ: VOV) |
ທີ່ການພົບປະກັບທ່ານສະພາແຫ່ງຊາດ Quebec, ການາດາ, ທ່ານນາງNathalie Roy ຮອງປະທານສະພາແຫ່ງຊາດ ຜູ້ທີໜຶ່ງ APF , ທ່ານນາງ ຫງວຽນທິແທັງ ໄດ້ຕີລາຄາສູງບັນດາຄຸນຄ່າຂອງປະຊາຄົມຝລັ່ງໂກໂຟນີ ເຊິ່ງ Quebec ໄດ້ ແລະ ພວມເສີມຂະຫຍາຍຢ່າງແຮງ, ທ່ານສະເໜີສອງຝ່າຍສືບຕໍ່ສົມທົບກັນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ການາດາເວົ້າລວມ ແລະ ການພົວພັນກັບແຂວງ Quebec ເວົ້າສະເພາະ.
ທີ່ການພົບປະກັບທ່ານຮອງປະທານສະພາສູງຜູ້ທີໜຶ່ງ ກຳປູເຈຍ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນທິແທັງ ແລະ ທ່ານຮອງປະທານສະພາສູງຜູ້ທີໜຶ່ງກຳປູເຈຍ ໄດ້ສະແດງຄວາມຊົມເຊີຍເມື່ອເຫັນການພົວພັນສາມັກຄີ, ຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ, ສະພາແຫ່ງຊາດສອງປະເທດແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນເປັນປະຈຳ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາ, ຜ່ານນັ້ນກໍຮ່ວມແຮງຮ່ວມໃຈຊຸກຍູ້ບັນດາຂໍ້ລິເລີ່ມເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ.
ທີ່ການພົບປະກັບທ່ານປະທານຄະນະກຳມະການບັນດາບັນຫາລັດຖະສະພາ, ປະທານເຄືອຂ່າຍສະມາຊິກລັດຖະສະພາຍິງ, ຜູ້ຕາງໜ້າພາກພື້ນ ອາຊີ - ປາຊີຟິກ, ຜູ້ຕາງໜ້າພາກພື້ນອາເມລິກາ ຂອງ APF, ເລຂາທິການໃຫຍ່ APF, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດບັນດາກົນໄກຂອງ APF ໃນການຜັນຂະຫຍາຍກອບຍຸດທະສາດການເຄື່ອນໄຫວ APF ແລະ ຜັນຂະຫຍາຍບັນດາກອງປະຊຸມ,ກອງປະຊຸມສຳມະນາຫົວເລື່ອງສະເພາະ ແລະ ບັນດາໂຄງການຮ່ວມມືລະຫວ່າງລັດຖະສະພາແຫ່ງຢູ່ບັນດາ ອະນຸກຳມະການສະມາຊິກ.


