ອາທິດຜ່ານມາ, ພະແນກກະຈາຍສຽງລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍອີເມວ 508 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ຝາກມາຈາກ 35 ປະເທດ ແລະ ເຂດແຄ້ວນ. ໃນນັ້ມີທ່ານຜູ້ຟັງ, ຜູ້ອ່ານຫຼາຍຄົນໄດ້ສົ່ງຈົດໝາຍມາຍັງບັນດາລາຍການເພື່ອແບ່ງປັນຄວາມຮູ້ສຶກກ່ຽວກັບໜ້າເວັບໄຊໃໝ່. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າ ຂໍຄັດສະເໜີເນື້ອໃນຈຳນວນໜຶ່ງຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ.
ເພື່ອນ Fachri, ຜູ້ຟັງລາຍການ ກະຈາຍສຽງ ພາສາອິນໂດເນເຊຍ ໃຫ້ຮູ້ວ່າ ເພື່ອນຮູ້ສຶກປະທັບໃຈຕໍ່ໜ້າເວັບໃໝ່ຂອງ VOV. ມັນງາມຫຼາຍ ແລະ ສາມາດອ່ານຕໍ່ບັນດາບົດຂ່າວຕ່າງໆໄດ້ຢ່າງສະດວກ, ພິເສດແມ່ນເມື່ອເປີດໃນ laptop. ເພື່ອນກໍ່ສະເໜີໃຫ້ໜ້າເວັບມີຫຼາຍວີດີໂອກ່ຽວກັບການທ່ອງທ່ຽວ ແລະ ບັນດາເຂດຮ່ອງຮອຍປະຫວັດສາດຢູ່ ຫວຽດນາມ ຕື່ມອີກ.
ທ່ານ ດິງຫຼົວ ມາຈາກ ຈຽງຊູ, ຈີນ ໃຫ້ຮູ້ວ່າ: ມື້ນີ້ຂ້າພະເຈົ້າໄດ້ເຂົ້າໜ້າເວັບໃໝ່ຂອງ VOV5. ການອອກແບບຂ້ອນຂ້າງລຽບງ່າຍຫຼູຕາ, ເຖິງວ່າ URL (link ເວັບໄຊ) ຍັງຍາວ ແລະ ຈື່ຍາກໜ້ອຍໜຶ່ງ. ເຖິງຢ່າງໃດກໍຕາມ, ເບິ່ງລວມແມ່ນດີຫຼາຍ. ຂ້າພະເຈົ້າຫວັງວ່າ ເວັບໄຊທາງການ ຈະມີບັນດາຂໍ້ມູນຕື່ມອີກຄື ການແນະນຳລາຍການ, ຕາຕະລາງອອກອາກາດ ແລະ ຄວາມຖີ່.
ເພື່ອນ ohamed Elsayed Abd Elraheim, ຢູ່ ອີຢິບ ໄດ້ສົ່ງຈົດໝາຍສະແດງນ້ຳໃຈອັນສະໜິດຕິດພັນກັບ VOV ໃນຫຼາຍປີທີ່ໄດ້ຕິດຕາມບັນດາລາຍການກະຈາຍສຽງ. ເພື່ອນກໍ່ສະແດງຄວາມເຄົາລົບຕໍ່ບັນດາບັດ QSL (ບັດຢັ້ງຢືນການຟັງວິທະຍຸ) ຂອງ VOV, ຖືນີ້ບໍ່ພຽງແຕ່ແມ່ນການຢັ້ງຢືນການຟັງວິທະຍຸຂອງ VOV ເທົ່ານັ້ນ ຫາກຍັງໄດ້ນຳມາເຊິ່ງຄຸນຄ່າດ້ານວັດທະນະທຳ ແລະ ປະຫວັດສາດອີກດ້ວຍ. ເພື່ອນຂໍຂອບໃຈ VOV ທີ່ໄດ້ປະກອບສ່ວນຮັກສາມູນເຊື້ອອັນດີງາມ, ແຜ່ກະຈາຍພາບພົດ ແລະ ວັດທະນະທຳ ຫວຽດນາມ ໄປຍັງຜູ້ຟັງສາກົນ.
ທ່ານ ພອນໄຊ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນ: ອາທິດຜ່ານມາ, ເມື່ອຕິດຕາມຂ່າວໃນເວັບໄຊ, ຂ້າພະເຈົ້າໄດ້ເບິ່ງພາບສາລະຄະດີກ່ຽວກັບ ໂຮ່ວັນ, ອາດເວົ້າໄດ້ວ່າ ນີ້ແມ່ນສະຖານທີ່ທີ່ເປັນເອກະລັກສະເພາະຂອງ ຮ່າໂນ້ຍ, ເປັນສະຖານທີ່ເຊື່ອມຕໍ່ວັດທະນະທຳຍຸກຕ່າງໆຂອງ ຫວຽດນາມ. ໃນໂອກາດນີ້ ຂ້າພະເຈົ້າກໍ່ຂໍໃຫ້ທາງລາຍການສະໜອງຂໍ້ມູນກ່ຽວກັບສະຖານທີ່ແຫ່ງນີ້ຕື່ມອີກ. ຂໍຂອບໃຈ.
ເພື່ອນ ພອນໄຊ ທີ່ຮັກແພງ, ໂຮ່ວັນ ຂຶ້ນກັບເຂດ ວັນມຽວ - ກວັກຕືຢາມ - ເຂດຮ່ອງຮ່ອຍປະຫວັດສາດ, ວັດທະນະທຳດີເດັ່ນທີ່ໄດ້ຮັບຖືວ່າແມ່ນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ. ໃນເມື່ອກ່ອນ, ສະຖານທີ່ແຫ່ງນີ້ແມ່ນບ່ອນທີ່ບັນດານັກຮຽນຮູ້ມາປະພັນແຕ່ງກອນ, ອ່ານກອນ, ເຊິ່ງສະແດງໃຫ້ເຫັນຊີວິດດ້ານວັນນະຄະດີການຂີດຂຽນ, ປັດຈຸບັນ, ໂຮ່ວັນ ກາຍເປັນສະຖານທີ່ຈັດຫຼາຍການເຄື່ອນໄຫວວັດທະນະທຳ, ງານວາງສະແດງ ແລະ ສິລະປະແຫ່ງຍຸກສະໄໝ. ຈຸດພົ້ນເດັ່ນຂອງສະຖານທີ່ນີ້ ແມ່ນປະສົມປະສານຢ່າງກົມກຽວລະຫວ່າງລັກສະນະເກົ່າແກ່ ແລະ ທັນສະໄໝ, ສ້າງເປັນສະຖານທີ່ເຊື່ອມຕໍ່ວັດທະນະທຳທີ່ເປັນເອກະລັກສະເພາະ, ທັງຮັກສາມູນເຊື້ອ, ທັງປຸກລຸກແຫຼ່ງຫົວຄິດປະດິດສ້າງ.
ພິເສດໃນໄລຍະຜ່ານມາ, ນະຄອນຮ່າໂນ້ຍ ໄດ້ຜັນຂະຫຍາຍຫຼາຍໂຄງການປະຕິສັງຂອນ, ປັບປຸງເຂດ ໂຮ່ວັນ ເພື່ອແນໃສ່ຟື້ນຟູຄຸນຄ່າທາງປະຫວັດສາດທີ່ມີຢູ່ແລ້ວ. ບັນດາລາຍການຄື: ເກາະ ກິມເຈົາ, ເຟືອງດິ່ງ ພ້ອມກັບທິວທັດທຳມະຊາດຢູ່ອ້ອມແອ້ມໜອງໄດ້ຮັບການປະຕິສັງຂອນ, ທຳຄວາມສະອາດ ພ້ອມທັງຮື້ຖອນບັນດາໂຄງການທີ່ບໍ່ເໝາະ.
ການຟື້ນຟູ ແລະ ຈັດຕັ້ງບັນດາກິດຈະກຳຢູ່ທີ່ນີ້ບໍ່ພຽງແຕ່ແນໃສ່ອະນຸລັກຮັກສາມໍລະດົກເທົ່ານັ້ນ ຫາກຍັງມຸ່ງໄປເຖິງການສ້າງສະຖານທີ່ເຊື່ອມຕໍ່ປະຊາຄົມ, ພັດທະນາອຸດສາຫະກຳວັດທະນະທຳ ແລະ ຊຸກຍູ້ການທ່ອງທ່ຽວອີດ້ວຍ. ພ້ອມກັນນັ້ນນີ້ກໍ່ແມ່ນວິທີການເພື່ອແຜ່ກະຈາຍບັນດາຄຸນຄ່າທີີ່ເປັນມູນເຊື້ອ, ປຸກລຸກຈິດໃຈຢາກຮ່ຳຢາກຮຽນ ແລະ ປະດິດຄິດສ້າງ - ເຊິ່ງແມ່ນຈຸດທີ່ເປັນເອກະລັກສະເພາະຂອງ ວັນມຽວ - ກວັກຕືຢາມ ເວົ້າສະເພາະ ແລະ ວັດທະນະທຳ ທັງລອງ - ຮ່າໂນ້ຍ ເວົ້າລວມ ໃນຊີວິດແຫ່ງຍຸກທັນສະໄໝ.
ທ່ານ Rattanak, ຢູ່ພະນົມເປັນ, ກຳປູເຈຍ ຢາກຮັບຟັງການແນະນຳກ່ຽວກັບວັນບຸນວັດທະນະທຳຄ້ອງຢູ່ ໄຕງວຽນ.
ທ່ານ Rattanak ທີ່ຮັກແພງ, ວັນບຸນວັດທະນະທຳຄ້ອງ ໄຕງວຽນ ແມ່ນການດຳເນີນຊີວິດດ້ານວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າທ້ອງຖິ່ນຄື: ເອເດ, ບານາ, ຢາຣາຍ, ເມີນົງ ໃນນັ້ນຄ້ອງສວມບົດບາດເປັນສູນກາງ, ທັງເປັນເຄື່ອງດົນຕີ ທັງມີຄວາມໝາຍດ້ານຈິດວິນຍານທີ່ເລິກເຊິ່ງ. ຄ້ອງໄດ້ປະກົດຕົວມາເປັນດົນນານ, ຕິດພັນກັບວິວັດການສ້າງຕັ້ງ ແລະ ພັດທະນາຂອງຊາວ ໄຕງວຽນ, ຄ້ອງແຕ່ລະອັນລ້ວນແຕ່ມີ “ຈິດວິນຍານ”, ແມ່ນສິ່ງຂອງສັກສິດໃຊ້ເພື່ອສື່ສານກັບສິ່ງສັກສິດ ແລະ ບັນພະບຸລຸດ.
ວັນບຸນໃນຊຸມມື້ນີ້ໄດ້ຈັດຂຶ້ນຢ່າງກວ້າງຂວາງຢູ່ທຸກແຂວງເຂດ ໄຕງວຽນ ເຊິ່ງໄດ້ຈັດຂຶ້ນໃນບັນດາໂອກາດສຳຄັນຄື: ວັນບຸນເຂົ້າໃໝ່, ງານດອງ, ພິທີຂໍຝົນ… ໂດຍບໍ່ພຽງແຕ່ແມ່ນໂອກາດລະຫຼິ້ນບັນເທິງເທົ່ານັ້ນ ວັນບຸນຍັງສະແດງໃຫ້ເຫັນຄວາມເຊື່ອຖືຕໍ່ເທວະດາຟ້າແຖນ, ຄວາມສະໜິດຕິດພັນວົງຄະນະຍາດ ແລະ ຄວາມຮູ້ບຸນຄຸນຕໍ່ທຳມະຊາດ. ບັນດາຄຸນຄ່າພິເສດນັ້ນໄດ້ຊ່ວຍໃຫ້ວັດທະນະທຳຄ້ອງ ໄຕງວຽນ ໄດ້ຮັບການຮັບຮອງເອົາເປັນ ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ ຈາກ UNESCO, ປະກອບສ່ວນເຊີດຊູສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຫວຽດນາມ.
