ຕອນເຊົ້າວັນທີ 9 ເມສາ 2026, ທ່ານ ເຈີນເກີ້ມຕູ້ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ນຳພາຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ ໄປຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ຕາມຄຳເຊີນຂອງ ທ່ານ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານ ສົມເດັດ ຊາຍຊຸມ, ຮອງປະທານພັກປະຊາຊົນກຳປູເຈຍ. ຫົວໜ້າຄະນະປະຈຳການ, ຄະນະປະຈຳສູນກາງພັກປະຊາຊົນກຳປູເຈຍ, ການຢ້ຽມຢາມໄດ້ດໍາເນີນໄປແຕ່ ວັນທີ 9-10 ເມສາ.
ເຂົ້າຮ່ວມຄະນະທາງການມີ: ທ່ານ ນາງ ບຸ່ຍທິມິງຮວ່າຍ, ເລຂາທິການສູນກາງພັກ, ປະທານຄະນະກຳມະສູນກາງແນວໂຮມປະເທດຊາດຫວຽດນາມ; ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ ດວານມິງຮວັນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິງ
ໂດຍດຳເນີນພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຄະນະຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງພັກກອມມູນນິດຫວຽດນາມ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 16 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ສະໄໝ 2026-2031, ການຢ້ຽມຢາມຂອງຜູ້ປະຈຳການຄະນະເລຂາທິການ ແມ່ນເພື່ອເສີມສ້າງ ແລະ ຊຸກຍູ້ສາຍພົວພັນອັນດີງາມລະຫວ່າງ 3 ພັກ ກໍ່ຄື 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ໃຫ້ດີຍິ່ງໆຂື້ນ.
