ຜ່ານສາມບົດກ່າວປາໄສຮັບດຳລົງຕຳແໜ່ງຂອງປະທານປະເທດ, ຂອງນາຍົກລັດຖະມົນຕີ, ຂອງປະທານສະພາແຫ່ງຊາດຕໍ່ ປຊຊ ວົງຄະນາຍາດປະເທດຊາດ, ປຊຊ ຫັນແຈ້ງຈິນຕະນາການບໍລິຫານທີ່ທັນສະໄໝ, ການປະຕິບັດຢ່າງຂ້ຽວຂາດ ແລະ ເຕັມໄປດ້ວຍຄວາມສຸດຈິດສຸດໃຈ ເພື່ອພ້ອມກັນນຳພາປະເທດຊາດພັດທະນາໃນໄລຍະທີ່ຈະມາເຖິງ.
ອາຍຸການ 2026-2031 ເປີດກາລະໂອກາດໃໝ່ທີ່ມີລັກສະນະປະຫວັດສາດ, ຮຽກຮ້ອງໃຫ້ປະເທດຊາດບໍ່ພຽງແຕ່ສືບຕໍ່ພັດທະນາເທົ່ານັ້ນ, ຫາກຍັງຕ້ອງບຸກທະລຸບືນຕົວຂຶ້ນອີກດ້ວຍ; ມີການເຊື່ອມໂຍງ ແລະ ຍົກສູງອິດທິພົນຊື່ສຽງ; ຕ້ອງມີການເຕີບໂຕ ແລະ ພັດທະນາຢ່າງໄວວາ, ຍືນຍົງ, ກວມລວມ ແລະ ຍົກສູງຊີວິດ, ຄວາມຜາສຸກຂອງ ປຊຊ.
ຄວາມຄາດຫວັງຮັບໃຊ້: ຖື ປຊຊ ເປັນກົກເຄົ້າ, ຖືຊາດເປັນບຸລິມະສິດ
ໃນບັນດາບົດກ່າວປາໄສຮັບດຳລົງຕຳແໜ່ງ, ບັນດາການນຳລ້ວນແຕ່ໄດ້ຈັດຕົນເອງເຂົ້າທີ່ຕັ້ງ “ຮັບໃຊ້”. ທ່ານ ໂຕເລິມ, ເລຂາທິການໃຫ່ຍ, ປະທານປະເທດ ຫວຽດນາມ ໄດ້ຢ້ຳຄືນທິດສະດີປັດຊະຍາ “ຖື ປຊຊ ເປັນກົກເຄົ້າ”, ໂດຍຢັ້ງຢືນເປົ້າໝາຍສຸດທ້າຍແມ່ນ ປຊຊ ໄດ້ຊົມໃຊ້ໝາກຜົນການພັດທະນາ. ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໃຫ້ຄຳໝັ້ນສັນຍາກ່ຽວກັບລັດຖະບານ “ສ້າງສາ ແລະ ຮັບໃຊ້”, ມີຄວາມສັດຊື່ ແລະ ມີຄວາມຮັບຜິດຊອບ. ສ່ວນທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ປາດຖະໜາວ່າ ຈະ “ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນ” ເພື່ອໃຫ້ສະພາແຫ່ງຊາດ ປະຕິບັດພາລະໜ້າທີ່ສ້າງລັດແຫ່ງນິຕິບັດຍັດສັງຄົມນິຍົມໃຫ້ເປັນຢ່າງດີ.
ການເຕົ້າໂຮມນີ້ໄດ້ສ້າງໃຫ້ມີກຳລັງແຮງສັງລວມ. ຄວາມຄາດຫວັງຂອງການນຳ ໄດ້ປະສົມກັບຄວາມຄາດຫວັງຂອງ ປຊຊ 100 ລ້ານຄົນ ຈະສ້າງເປັນຈິດໃຈສະຫງ່າຜ່າເຜີຍໃໝ່ຂອງຊາດ. ຄືດັ່ງຄຳຢືນຢັນຂອງ ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ ທີ່ວ່າ:
ບໍ່ສາມາດປະໃຫ້ປະເທດຊາດຖືກຖອຍຫຼັງ, ປຊຊ ເສຍໂອກາດພັດທະນາ, ຕ້ອງມີການກະທຳເພື່ອອະນາຄົດອັນຍາວໄກ ແລະ ສົດໃສໃຫ້ແກ່ຊາດ. ດ້ວຍການສະໜັບສະໜູນຂອງເພື່ອນມິດສາກົນ, ແນ່ນອນວ່າ ຫວຽດນາມ ຈະຂຽນໜ້າໃໝ່ຢ່າງຮຸ່ງເຮືອງກວ່າອີກໃນວິວັດການພັດທະນາ, ປະຕິບັດສຳເລັດບັນດາເປົ້າໝາຍຍຸດທະສາດທີ່ໄດ້ວາງອອກ.
ພັດທະນາອີງຕາມວິທະຍາສາດ, ເຕັກໂນໂລຊີ, ສອດຄ່ອງກັບທ່າອຽງຍຸກສະໄໝ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ໂຕເລິມ, ຢືນຢັນວ່າຈະໃຫ້ບຸລິມະສິດສ້າງລະບົບຊີວະພາບພັດທະນາໃໝ່, ບ່ອນທີ່ “ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນກຳລັງໜູນຕົ້ນຕໍ”. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ວາງອອກ “ຄຳສັ່ງພັດທະນາ” ເຕັມໄປດ້ວຍສິ່ງທ້າທາຍດ້ວຍເປົ້າໝາຍການເຕີບໂຕ GDP ສະເລ່ຍກວ່າ 10%/ປີ. ລັດຖະບານກຳນົດການພັດທະນາທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນບຸກທະລຸສຳຄັນອັນດັບໜຶ່ງ, ແມ່ນກຳລັງໜູນຕົ້ນຕໍເພື່ອພັດທະນາກຳລັງການຜະລິດທັນສະໄໝຢ່າງວ່ອງໄວ, ຍົກສູງສະມັດຕະພາບ:
ສະມາຊິກລັດຖະບານແຕ່ລະທ່ານ ຕ້ອງເວົ້າໄປຄຽງຄູ່ກັບເຮັດ, ບໍລິຫານດ້ວຍຈິນຕະນາການບໍລິຫານທີ່ທັນສະໄໝ, ເປັນເຈົ້າການ, ມີໄຫວພິບໃນທຸກກໍລະນີເພື່ອປະຕິບັດສຳເລັດໜ້າທີ່ຕໍ່ພັກ ແລະ ປຊຊ ໃຫ້ເປັນຢ່າງດີທີ່ສຸດ.
ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ໄດ້ເນັ້ນໜັກເຖິງເລື່ອງປ່ຽນແປງໃໝ່ຈິນຕະນາການນິຕິກຳ, ສ້າງ “ສະພາແຫ່ງຊາດດີຈີຕອນ” ແລະ ໝູນໃຊ້ປັນຍາປະດິດ ເພື່ອໃຫ້ການປະກາດໃຊ້ນະໂຍບາຍ ຍາມໃດກໍ່ໄປກ່ອນ, ເປີດທາງໃຫ້ແກ່ການພັດທະນາ:
ຂ້າພະເຈົ້າຂໍອຸທິດສ່ວນຈົນສຸດຄວາມສາມາດຂອງຕົນ, ຮັບໃຊ້ປະເທດຊາດ, ຮັບໃຊ້ ປຊຊ; ພ້ອມກັບສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ ແລະ ບັນດາ ສສຊ ສືບຕໍ່ປ່ຽນແປງໃໝ່, ຍູ້ແຮງການໝູນໃຊ້ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ສະພາແຫ່ງຊາດດີຈີຕອນ, ປັນຍາປະດິດ, ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວ, ເວົ້າໄປຄຽງຄູ່ກັບເຮັດ, ເຮັດໃນທັນທີ, ເຮັດຖືກ, ມີປະສິດທິຜົນ, ເຮັດຈົນສຸດ.
ປະຫວັດສາດໄດ້ພິສູດວ່າ ແຕ່ລະໄລຍະພັດທະນາຂອງປະເທດຊາດ ກໍ່ລ້ວນແຕ່ຕິດພັນກັບບັນດານະໂຍບາຍຊີ້ຂາດອັນຖືກຕ້ອງ ແລະ ບັນດາຜູ້ທີ່ກ້າຄິດກ້າທຳ, ກ້າຮັບຜິດຊອບ. ດ້ວຍກົງຈັກທີ່ໄດ້ຮັບການບູລະນະ, ດ້ວຍຄວາມເຫັນດີເຫັນພ້ອມສູງ ແລະ ຄວາມຕັດສິນໃຈດ້ານການເມືອງຢ່າງແຮງ, ປຊຊ ມີບ່ອນອີງເພື່ອເຊື່ອໝັ້ນວ່າ “ບັນດາໜ້າໃໝ່ທີ່ຮຸ່ງເຮືອງ” ຂອງປະເທດຊາດ ຈະສືບຕໍ່ໄດ້ສ້າງຂຶ້ນດ້ວຍພູມປັນຍາ, ຄຸນນະທາດ ແລະ ຄວາມຄາດຫວັງ ຫວຽດນາມ./.
