ນະຄອນ ໂຮ່ຈິມີນ ມີຫຼາຍເງື່ອນໄຂສະດວກເພື່ອພັດທະນາການທ່ອງທ່ຽວຍາມກາງຄືນຄື: ສີສັນວັດທະນະທຳທີ່ມີຫຼາຍຮູບແບບ, ພື້ນຖານໂຄງລ່າງທັນສະໄໝ ແລະ ຄວາມຕ້ອງການລົງຕົວຈິງຂອງແຂກທ່ອງທ່ຽວທີ່ນັບມື້ນັບເພີ່ມຂຶ້ນ.
ຕາມການສຳຫຼວດພື້ນທີ່ຕົວຈິງຂອງພະແນກທ່ອງທ່ຽວນະຄອນ ໂຮ່ຈິມີນ, ປະຈຸບັນ, ບັນດາການເຄື່ອນໄຫວທ່ອງທ່ຽວກາງຄືນ ສ່ວນຫຼາຍແມ່ນໄດ້ຈັດຂຶ້ນຢູ່ໃນເຂດຈຳນວນໜຶ່ງຄື: ຖະໜົນຍ່າງ ຫງວຽນເຫ້ວ, ຖະໜົນ ບຸ່ຍວ້ຽນ, ຕະຫຼາດກາງຄືນ ເບັນແທັງ, ທ່າເຮືອ ແບັກດັງ ແລະ ບັນດາຮ້ານກິນດື່ມແຄມແມ່ນ້ຳ. ບັນດາຮູບແບບເຄື່ອນໄຫວລວມມີ: ການສະແດງສິລະປະຕາມທ້ອງຖະໜົນ, ເຂດຮ້ານກິນດື່ມ, ການເຄື່ອນໄຫວບັນເທິງ, ການບໍລິການເທິງເຮືອ ແລະ ບັນດາສະຖານທີ່ລະຫຼີ້ນຍາມຄ່ຳຄືນ.
ທ່ານ ຮອງສາດສະດາຈານ, ປະລິນຍາເອກ ດິງຕຽນມິນ, ຄູສອນຂັ້ນສູງ ໂຮງຮຽນທຸລະກິດ, ມະຫາວິທະຍາໄລເສດຖະສາດ ນະຄອນ ໂຮ່ຈິມີນ (UEH), ຖືວ່າ:
ທ່ານນາງ ຮວິ່ງຟານເຟືອງຮວ່າງ, ຮອງຜູ້ອຳນວຍການໃຫ່ຍບໍລິສັດ Vietravel, ຖືວ່າ: ນະຄອນ ໂຮ່ຈິມິນ ຕ້ອງວາງແຜນຜັງ ແລະ ຈັດແບ່ງປະເພດຮູບແບບຢ່າງຈະແຈ້ງຄື: ຖະໜົນອາຫານການກິນ, ຖະໜົນສິລະປະ, ເຂດ bar – pub, ຕະຫຼາດກາງຄືນວັດທະນະທຳ, ເຂດສະແດງສິລະປະກາງແຈ້ງ, ພ້ອມທັງຈັດຄິວລົດເຕັກຊີ, ຄິວລົດເມຕອນຄ່ຳ ແລະ ບັນດາສະຖານທີ່ຍ່າງເພື່ອຮັບໃຊ້ແຂກທ່ອງທ່ຽວ. ຄຽງຄູ່ກັນນັ້ນ, ທາງນະຄອນສາມາດສ້າງບັນດາ “ກຸ່ມພື້ນທີ່ເສດຖະກິດກາງຄືນ” ຄື: ເຂດໂຮງລະຄອນນະຄອນ, ຕະຫຼາດ ເບັນແທັງ-ຮ່າມງີ, ຖະໜົນ ຫງວຽນເຫ້ວ ຫຼືເຂດຄອງເໝືອງ ເຕົາຮູ້. ແຕ່ລະກຸ່ມເຂດຄວນມີຫົວເລື່ອງສະເພາະຄື: ອາຫານພື້ນເມືອງ, ແຟຊັນພາຍໃນ, ສະແດງດົນຕີຕາມຖະໜົນ ຫຼືບັນດາຜະລິດຕະພັນປະດິດຄິດສ້າງ.
ໃນຂະນະນັ້ນ, ທ່ານ ຫວໍຫວຽດຮວ່າ, ຜູ້ອຳນວຍການກຸ່ມທ່ອງທ່ຽວສາກົນ Saigontourist, ຖືວ່າ:
ປະຈຸບັນ, ນະຄອນໄດ້ເປີດກວ້າງອອກສູ່ ບິນເຢືອງ ແລະ ບ່າເຣັ້ຍ-ຫວຸ້ງເຕົ່າ, ດັ່ງນັ້ນ ການສົມທົບເພື່ອສ້າງໃຫ້ມີຜະລິດຕະພັນໜຶ່ງ, ແນະນຳຕົວເມືອງໃຫຍ່ແຫ່ງໜຶ່ງທີ່ສຳຄັນເຖິງແຂກທ່ອງທ່ຽວສາກົນ ແມ່ນບັນຫາຍາກທີ່ສຸດສຳລັບພວກຂ້າພະເຈົ້າ. ຍ້ອນບັນຫາຄົມມະນາຄົມ, ໃນເບື້ອງຕົ້ນ ພວກຂ້າພະເຈົ້າພຽງແຕ່ສາມາດສ້າງຜະລິດຕະພັນຕາມແຕ່ລະເຂດເທົ່ານັ້ນ.
ໜຶ່ງໃນບັນດາທ່າໄດ້ປຽບທີ່ພົ້ນເດັ່ນຂອງນະຄອນ ໂຮ່ຈິມີນ ແມ່ນເງື່ອນໄຂພູມສາດ ແລະ ລະບົບແມ່ນ້ຳລຳເຊ, ສາມາດສົມທົບກັບການກິນດື່ມ ແລະ ບັນດາການເຄື່ອນໄຫວວັດທະນະທຳ ເພື່ອສ້າງໃຫ້ມີບັນດາຜະລິດຕະພັນການທ່ອງທ່ຽວກາງຄືນທີ່ມີຄຸນນະພາບສູງ. ທ່ານ ຫງວຽນກວັກກີ່ ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນການທ່ອງທ່ຽວ Vietravel, ສະເໜີວ່າ ທາງນະຄອນຕ້ອງກຳນົດແຈ້ງບັນດາເຂດ, ຜະລິດຕະພັນ ແລະ ການເຄື່ອນໄຫວລະອຽດ ເພື່ອແນໃສ່ພັດທະນາເສດຖະກິດກາງຄືນ ແລະ ຊຸກຍູ້ເສດຖະກິດປະດິດຄິດສ້າງ:
ພວກເຮົາຕ້ອງກຳນົດໄດ້ຄຸນຄ່າແກ່ນສານຂອງເສດຖະກິດກາງຄືນແມ່ນເສດຖະກິດຫຼາຍຂົ້ວ. ບໍ່ມີພຽງແຕ່ເມືອງ 1 ຫຼືເມືອງ 5 ເທົ່ານັ້ນ, ໃນນະຄອນຍັງມີຄວາມເປັນຫຼາກຫຼາຍຮູບແບບໃນພື້ນທີ່ນ້ອຍ ແລະ ລັກສະນະຫຼາຍຂົ້ວໃນການສັງລວມໃຫຍ່ຄື: ຕະຫຼາດ ເລີ໋ນ, Chinatown, ວັດທະນະທຳອາຫານການກິນກາງຄືນຢູ່ ຖາວດ່ຽນ… ຈາກການເປີດກວ້າງນັ້ນ, ຕ້ອງຊຸກຍູ້ເສດຖະກິດປະດິດຄິດສ້າງ, ຍອມຮັບການທົດລອງ, ນັບທັງກໍລະນີບໍ່ປະສົບຜົນສຳເລັດ ເພື່ອສ້າງເປັນຄຸນຄ່າໃຫ້ແກ່ການພັດທະນາລວມຂອງນະຄອນ.
ໃນສະພາບການແກ່ງແຍ້ງກ່ຽວກັບຈຸດປາຍທາງທີ່ນັບມື້ນັບແຮງຂຶ້ນນັ້ນ, ເລື່ອງຂຸດຄົ້ນ “ບໍ່ຄຳ” ເສດຖະກິດກາງຄືນຢ່າງມີປະສິດທິຜົນ ບໍ່ພຽງແຕ່ຈະປະກອບສ່ວນເພີ່ມແຫຼ່ງລາຍຮັບ, ແກ່ຍາວເວລາພັກເຊົ່າຂອງແຂກທ່ອງທ່ຽວເທົ່ານັ້ນ, ຫາກຍັງໄດ້ສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕອີກດ້ວຍ, ມຸ່ງໄປເຖິງເປົ້າໝາຍສ້າງນະຄອນ ໂຮ່ຈິມິນ ກາຍເປັນສູນທ່ອງທ່ຽວ ແລະ ການບໍລິການທີ່ຂະຫຍັນຂັນເຄື່ອນຂອງພາກພື້ນ./.
