ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ທີ່ການຕ້ອນຮັບທ່ານ Andrey Kondrashov, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ TASS(ພາບ: TTXVN)
|
ຕອນບ່າຍວັນທີ 25 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Andrey Kondrashov, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານ TASS ຂອງສະຫະພັນ ລັດເຊຍ ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ຕາມຄຳເຊີນຂອງສຳນັກຂ່າວສານ ຫວຽດນາມ.
ບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ທີ່ພວມພັດທະນາຢ່າງດີງາມ, ທ່ານນາຍົກລັດຖະມົນຕີຖືວ່າ ປະຈຸບັນ 2 ປະເທດພວມຢູ່ໃນສັງກາດພັດທະນາໃໝ່; ການພົວພັນລະຫວ່າງ 2 ປະເທດຕ້ອງສືບຕໍ່ໄດ້ຮັບການເພີ່ມທະວີ, ເປີດກວ້າງການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ. ໃນວິວັດການນັ້ນຕ້ອງມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາອົງການສື່ມວນຊົນ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ສຳນັກຂ່າວສານ ຫວຽດນາມ ແລະ TASS ສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນການຫັນເປັນດີຈີຕອນ, ບຳລຸງສ້າງແຫຼ່ງຊັບພະຍາກອນນຳໃຊ້ພາສາ ລັດເຊຍ ແລະ ພາສາ ຫວຽດ, ຮັກສາການຮ່ວມມືໃນທຸກຊ່ອງທາງໃຫ້ມີປະສິດທິຜົນ. ທ່ານຢືນຢັນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ຈະສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ສຳບັນດາລາຍການ, ແຜນການຮ່ວມມືກັບ TASS.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
