ໂດຍຮັບຂ່າວວ່າ, ສັນຕະປະປາ Francis ເຖິງແກ່ມໍລະນະພາບ, ວັນທີ 22 ເມສາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງພະຄະດິນັນຜູ້ຄຸ້ມຄອງຊັບສົມບັດ ແລະ ການເງິນ Kevin Joseph Farrell.

ສັນຕະປະປາ Francis ເຖິງແກ່ມໍລະນະພາບໃນວັນທີ 21 ເມສາ. ຕາມແຈ້ງການຢ່າງເປັນທາງການຂອງ ວາຕີກັງ, ງານສົບຂອງສັນຕະປະປາຈະຈັດຂຶ້ນໃນເວລາ 10 ໂມງ (ຕາມເວລາທ້ອງຖິ່ນ) ວັນທີ 26 ເມສາ, ຢູ່ສະໜາມຫຼວງປີເຕີ Peter.