ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ ພິທີ (ພາບ: VOV) |
ຕອນເຊົ້າວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນແພດໝໍ ຫວຽດນາມ (27/2/1955-27/02/2025), ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີເປີດສະຖາບັນຮັກສາເບິ່ງແຍງສຸຂະພາບຂອງພະນັກງານສູນກາງ (A11) ແລະ ສະຖາບັນກວດບັນດາພະຍາດຕິດແປດ (A4), ໂຮງໝໍກອງທັບສູນກາງ 108, ກະຊວງປ້ອງກັນປະເທດ. ພາຍຫຼັງ 4 ປີແຫ່ງການຜັນຂະຫຍາຍກໍ່ສ້າງນັ້ນສອງໂຄງການສຳຄັນຂອງໂຮງໝໍກອງທັບສູນກາງ 108 ກໍ່ໄດ້ນຳເຂົ້າການເຄື່ອນໄຫວຢ່າງເປັນທາງການ. ຕາມນັ້ນແລ້ວ, ໂຄງການສະຖາບັນຮັກສາ, ເບິ່ງແຍງສຸຂະພາບ ພະນັກງານສູນກາງ ມີຈຳນວນຕຽງກ່ວາ 40 ຕຽງ, ສະຖາບັນກວດບັນດາພະຍາດຕິດແປດ ມີ 145 ຕຽງ… ເຊິ່ງແມ່ນສະຖານທີ່ກວດປິ່ນປົວ ດ້ວຍວັດຖຸອຸປະກອນທີ່ທັນສະໄໝເພື່ອຮັບໃຊ້ວຽກງານກວດປິ່ນປົວພະຍາດໃຫ້ແກ່ພະນັກງານລະດັບສູງຂອງພັກ, ລັດ, ກອງທັບ ແລະ ປະຊາຊົນ… ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມສະເໜີວ່າ:
ສ້າງຖັນແຖວພະນັກງານເປັນເຈົ້າການ, ມີຫົວຄິດປະດິດສ້າງໃນການປະຕິບັດໜ້າທີ່ດ້ານວິຊາການ. ພິເສດ, ເອົາໃຈໃສ່ເປັນສຳຄັນເຖິງການບຳລຸງສ້າງ, ດຶງດູດ ແລະ ພັດທະນາຜູ້ທີ່ມີຄວາມເກັ່ງກ້າສາມາດ, ສ້າງຖັນແຖວນັກວິທະຍາສາດທີ່ມີລະດັບວິຊາການສູງ, ມີຄຸນທາດຄຸນສົມບັດທີ່ດີ ແລະ ໂປງໃສ, ມີຈິດໃຈຮັບໃຊ້ຢ່າງສຸດຈິດສຸດໃຈ, ສົມກັບການເສຍສະຫຼະ, ຄວາມສູ້ຊົນຂອງແພດໝໍຫວຽດນາມລຸ້ນກ່ອນ, ສົມກັບຄວາມໄວ້ເນື້ອເຊື່ອໃຈຄວາມຮັກແພງຂອງພັກ, ລັດ ແລະ ປະຊາຊົນ.

