ແອັບແຜ່ພາບວີດີໂອນີ້ໄດ້ຢຸດຕິການເຄື່ອນໄຫວຢູ່ ອາເມລິກາໃນຕອນຄ່ຳວັນທີ 18 ມັງກອນ, ເຊິ່ງແມ່ນຈຸດເວລາເພື່ອໃຫ້ບໍລິສັດແມ່ ByteDance (ຈີນ) ຂາຍສາຂາປະຈຳ ອາເມລິກາ ໃຫ້ແກ່ບັນດານັກລົງທຶນທີ່ບໍ່ໍແມ່ນຈີນ. ວັນທີ 19 ມັງກອນ, ຜູ້ນຳໃຊ້ແອັບ TikTok ນັບລ້ານຄົນບໍ່ສາມາດນຳໃຊ້ແອັບໄດ້, ທ່ານ Donald Trump ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປະກາດໃຊ້ລັດຖະດຳລັດໂຈະຄຳສັ່ງຫ້າມດັ່າງກ່າວເພື່ອມີເວລາ “ບັນລຸໄດ້ຂໍ້ຕົກລົງ”.

ໃນແອັບ Truth Social, ທ່ານປະທານາທາບໍດີ Donald Trump ສະເໜີ ອາເມລິກາຄວນກຳມະສິດສ່ວນໜຶ່ງຂອງ TikTok ລະອຽດແມ່ນ 50%ຫຸ້ນສ່ວນໃນບໍລິສັດຮ່ວມທຸລະກິດ. ທ່ານ Trump ຖືວ່າ ມູນຄ່າຂອງ ແອັບອາດຈະເພີ່ມຂຶ້ນນັບຮ້ອຍຕື້, ຍິ່ງໄປກ່ວານັ້ນແມ່ນ ພັນຕື້ USD. ຫຼັງຈາກນັ້ນໃນສື່ສັງຄົມ X, TikTok ໄດ້ລົງປະກາດພວມຟື້ນຟູການເຄື່ອນໄຫວຂອງ ແອັບນີ້ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ທ່ານ Trump ເພື່ອຍົກອອກການຮັບປະກັນທີ່ຈະແຈ້ງ ແລະ ຈຳເປັນໃຫ້ແກ່ບັນດາບໍລິສັດສະໜອງການບໍລິການ.