ວັນທີ 2 ກຸມພາ, ທ່ານ Janos Boka, ລັດຖະມົນຕີກະຊວງບັນດາບັນຫາເອີລົບຂອງ ຮຸງກາຣີ ໃຫ້ຮູ້ວ່າພາຍຫຼັງບັນລຸຂໍ້ຕົກລົງກັບອຳນາດການປົກຄອງຊຸດໃໝ່ຂອງ ອາເມລິກາ, ຮຸງກາຣີ ໄດ້ເປີດຊ່ອງທາງໃຫ້ແກ່ການຕໍ່ກຳນົດເວລາຄຳສັ່ງລົງໂທດສຳລັບ ລັດເຊຍ. ທ່ານ Janos Boka ເນັ້ນໜັກວ່າ ຖ້າບໍ່ມີການຕົກລົງຄືດັ່ງນີ້, ລັດຖະບານ ຮຸງກາຣີ ຈະບໍ່ມີພື້ນຖານເພື່ອຍົກອອກບັນດາຂໍ້ຕົກລົງລົງໂທດຕໍ່ໄປສຳລັດລັດເຊຍ. ບັນດາເງື່ອນໄຂເພີ່ມເຕີມຂອງຮຸງກາຣີ ໄດ້ຍົກອອກມາໃນສະພາບການຮຸງກາຣີ ແລະ ສະຫະພາບເອີລົບ (EU) ພວມມີການປະທະກັນຢ່າງແຮງກ່ຽວກັບທັດສະນະຕໍ່ກຳນົດເວລາຄຳສັ່ງລົງໂທດສຳລັບລັດເຊຍ. ກ່ອນໜ້ານັ້ນ, ບັນດາການນຳ ຂອງ EU ຫວັງວ່າອາດຈະຫຼຸດຜ່ອນການຄັດຄ້ານຂອງຮຸງກາຣີ ພາຍຫຼັງຄະນະກຳມະການ ເອີລົບ (EC) ໝັ້ນໝາຍວ່າຈະໜູນຊ່ວຍການເຈລະຈາເພື່ອສືບຕໍ່ສະໜອງອາຍແກັດ ຂອງລັດເຊຍໃຫ້ແກ່ຮຸງກາຣີ ທີ່ຂົນສົ່ງຜ່ານ ຢູແກຼນ, ພາຍຫຼັງ ຢູແກຼນ ຢຸດຕິການຂົນສົ່ງອາຍແກັດຂອງ ລັດເຊຍຜ່ານດິນແດງຂອງ ຕົນໃນຍາມຕົ້ນປີນີ້. ເຖິງຢ່າງໃດກໍຕາມ, ທ່ານ Peter Szijjarto ລັດຖະມົນຕີກະຊວງການຕ່າງປະເທດ ຮຸງກາຣີ ຖືວ່າ ການຕໍ່ກຳນົດເວລາບໍ່ວ່າຄຳສັ່ງລົງໂທດໃດ ກໍ່ຈະອີງຕາມຂໍ້ຕົກລົງດ້ວຍອຳນາດການປົກຄອງຊຸດໃໝ່ຂອງ ອາເມລິກາ.
ຮຸງກາຣີ ຈະຕົກລົງກັບ ອາເມລິກາ ກ່ອນການຕໍ່ກຳນົດເວລາຄຳສັ່ງລົງໂທດ ລັດເຊຍ
(VOVWORLD) - ທ່ານ Janos Boka ເນັ້ນໜັກວ່າ ຖ້າບໍ່ມີການຕົກລົງຄືດັ່ງນີ້, ລັດຖະບານ ຮຸງກາຣີ ຈະບໍ່ມີພື້ນຖານເພື່ອຍົກອອກບັນດາຂໍ້ຕົກລົງລົງໂທດຕໍ່ໄປສຳລັດລັດເຊຍ.
