(ທ່ານ Anwar Ibrahim, ນາຍົກລັດຖະມົນຕີ ມາເລເຊຍ ກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສູງ)

ບົດບາດໃຈກາງຂອງ ອາຊຽນ ໄດ້ຮັບການຢັ້ງຢືນ ແລະ ມີຫຼາຍຄູ່ຮ່ວມມືໃຫຍ່ໃນໂລກຮັບຮູ້. ເຖິງຢ່າງໃດກໍ່ຕາມ, ອາຊຽນ ຕ້ອງຍົກສູງລັກສະນະເປັນເຈົ້າຍຸດທະສາດຂອງກຸ່ມຢ່າງບໍ່ຢຸດຢັ້ງໃນໂລກທີ່ມັບມື້ນັບມີການຜັນແປຫຼາຍຢ່າງ. ນີ້ແມ່ນຂໍ້ສັງເກດຂອງການນຳຂັ້ນສູງ ອາຊຽນ ຫຼາຍທ່ານທີ່ວາລະປຶກສາຫາລືຂັ້ນສູງຢູ່ເວທີປາໄສອະນາຄົດ ອາຊຽນ (AFF) ຄັ້ງທີ 2, ຈັດຂຶ້ນໃນຕອນເຊົ້າວັນທີ 26 ກຸມພາ, ຢູ່ ຮ່າໂນ້ຍ.

ໃນບົດກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສູງ, ທ່ານ Anwar Ibrahim, ນາຍົກລັດຖະມົນຕີ ມາເລເຊຍ, ປະເທດປະທານ ອາຊຽນ 2025, ໄດ້ເຕື້ອງເຖິງບັນດາສິ່ງທ້າທາຍເຊິ່ງ ອາຊຽນ ຕ້ອງປະເຊີນໜ້າໃນອະນາຄົດ, ຄື: ຄວາມເຄັ່ງຕຶງດ້ານພູມສາດການເມືອງທົ່ວໂລກ; ການແກ່ງແຍ້ງຜົນສະທ້ອນລະຫວ່າງບັນດາປະເທດມະຫາອຳນາດຢູ່ພາກພື້ນ; ຄວາມສ່ຽງທີ່ບໍ່ແນ່ນອນຂອງການຄ້າໂລກ… ທ່ານນາຍົກລັດຖະມົນຕີ ມາເລເຊຍ ຮຽກຮ້ອງວ່າ:

“ໃນຂະນະທີ່ການປັບປຸງສະພາບແວດລ້ອມການພັດທະນາຢູ່ພາກພື້ນມີຄວາມໝາຍສຳຄັນຍິ່ງນັ້ນ, ອາຊຽນ ກໍ່ຕ້ອງສູ້ຊົນຍົກສູງລະດັບພື້ນຖານການພັດທະນາຂອງກຸ່ມ, ການສ້າງລະບົບຊີວະພາບສະໜອງຢ່າງເຂັ້ມແຂງ ແລະ ໝັ້ນແກ່ນພາຍໃນກຸ່ມແມ່ນສິ່ງທີ່ບັງຄັບຕ້ອງປະຕິບັດ ເພື່ອຮັບມືກັບບັນດາສິ່ງທ້າທາຍຍຸດທະສາດທີ່ຈະມາເຖິງ. ຢູ່ບັນດາຕະຫຼາດບັນດາປະເທດພັດທະນາ ພວມນັບມື້ນັບໃຫ້ບຸລິມະສິດລັກສະນະຍືນຍົງ, ສະນັ້ນ, ອາຊຽນ ຕ້ອງປັບຕົວເພື່ອຮັກສາທີ່ຕັ້ງໃນການຄ້າທົ່ວໂລກ”.

(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ວາລະປຶກສາຫາລືຂັ້ນສູງ)

ເມື່ອແບ່ງປັນກັບບັນດາຂ້ໍສັງເກດຂອງທ່ານນາຍົດຖະມົນຕີ Anwar Ibrahim, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ, ເພື່ອຮັກສາລັກສະນະເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການຍຸດທະສາດ, ບັນດາປະເທດ, ສະຫະສະມາຄົມ ຕ້ອງຮັກສາໄດ້ຫຼາຍປັດໄຈ. ໃນນັ້ນ, ທ່ານຖືວ່າ, ວັດທະນະທຳແມ່ນກຳລັງແຮງພາຍໃນສຳຄັນ ແລະ ນີ້ກໍ່ແມ່ນທ່າແຮງຂອງ ອາຊຽນ, ເຊິ່ງແມ່ນພາກພື້ນມີຈຸດພິເສດສະເພາະດ້ານວັດທະນະທຳທີ່ເປັນຫຼາຍຮູບຫຼາຍແບບ.

“ມີບັນຫາສຳຄັນທີ່ສຸດແມ່ນການພັດທະນາສີສັນວັດທະນະທຳ. ເພື່ອເຂັ້ມແຂງດ້ວຍຕົນເອງໄດ້, ນອກຈາກບັນດາບັນຫາພື້ນຖານ (ຄື: ການພົວພັນຕ່າງປະເທດ, ເສດຖະກິດ, ການປ້ອງກັນຊາດ) ແລ້ວ, ຕ້ອງມີສີສັນວັດທະນະທຳເພື່ອເສີມຂະຫຍາຍກຳລັງແຮງພາຍໃນ. ວັດທະນະທຳແມ່ນກຳລັງແຮງພາຍໃນ. ສີສັນວັດທະນະທຳແມ່ນເພື່ອເສີມຂະຫຍາຍບັນດາແຫຼ່ງກຳລັງຂອງຊາດໜຶ່ງ”.

ແລະກໍ່ໃນຂອບເຂດຂອງເວທີປາໄສ AFF, ວັນທີ 26 ກຸມພາ, ຢູ່ ຮ່າໂນ້ຍ, ກໍ່ໄດ້ຈັດເວທີປາໄສປຶກສາຫາລືກ່ຽວກັບ “ການຄຸ້ມຄອງບັນດາເຕັກໂນໂລຊີຫາກໍ່ພົ້ນເດັ່ນ ເພື່ອຮັບປະກັນຄວາມໝັ້ນຄົງຢ່າງຮອບດ້ານ”. ທີ່ເວທີປາໄສ, ບັນດາຜູ້ແທນເຂົ້າຮ່ວມໃຫ້ຂໍ້ສັງເກດວ່າ, ປັນຍາປະດິດ (AI) ແມ່ນກຸນແຈເພື່ອເປີດໂອກາດພັດທະນາເສດຖະກິດ, ສັງຄົມທີ່ມີຄວາມສາມາດບົ່ມຊ້ອນຢູ່ ອາຊຽນ ແລະ ອາຊຽນ ພວມມີທີ່ຕັ້ງທີ່ດີເພື່ອປະກອບສ່ວນເຂົ້າໃນກອບນິຕິກຳທົ່ວໂລກ ແລະ ຂົງເຂດກ່ຽວກັບ AI, ເພື່ອແນໃສ່ຜັນຂະຫຍາຍລະບົບນິເວດ AI ປອດໃສ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຊວັນອ້ວຍຕຸງ (ພາບ: TTXVN)

ຢູ່ນອກເວທີປາໄສດັ່ງກ່າວ, ວັນທີ 26 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຊວັນອ້ວຍຕຸງ ທີ່ພວມມາຢ້ຽມຢາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ.