(ການເຄື່ອນໄຫວໜຶ່ງທີ່ພິທີວາງຕົ້ນກະຖິນລົງ)

ວັນທີ 04 ກຸມພາ, ຢູ່ພະລາຊະວັງ ເຫ້ວ, ສູນອະນຸລັກຮັກສາມໍລະດົກກຸງເກົ່າ ເຫ້ວ ໄດ້ຈັດພິທີວາງຕົ້ນກະຖິນລົງ, ເປີດກາປະທັບມອບຕົວໜັງສືຍາມຕົ້ນລະດູບານໃໝ່ໃຫ້ແກ່ແຂກທ່ອງທ່ຽວ ແລະ ປະຊາຊົນ.

ພາຍຫຼັງພິທີວາງຕົ້ນກະຖິນລົງ, ທາງສູນໄດ້ເປີດກາປະທັບ ແລະ ມອບຕົວໜັງສືໃຫ້ແຂກທ່ອງທ່ຽວມາຢ້ຽມຊົມ. ທ່ານ ຮ່ວາງຫວຽດຈູງ, ຫົວໜ້າສູນອະນຸລັກຮັກສາມໍລະດົກກຸງເກົ່າ ເຫ້ວ ໃຫ້ຮູ້ວ່າ, ການຈັດພິທີວາງຕົ້ນກະຖິນລົງ, ເປິດກາປະທັບແມ່ນເພື່ອສົ່ງຄຳອວຍພອນອັນດີງາມຍາມຕົ້ນລະດູບານໃໝ່.

“ການເຄື່ອນໄຫວນີ້ແມ່ນເພື່ອຈັດຄືນບັນດາພິທີກຳເປັນປະເພນີຂອງຊາດເວົ້າລວມ, ການເຄື່ອນໄຫວຢູ່ໃນພະລາຊະວັງເວົ້າສະເພາະ. ພິທີປູກຕົ້ນກະຖິນເປັນສັນຍາລັກເຕືອນວ່າບຸນເຕັດ, ລະດູບານໃໝ່ໄດ້ວຽນມາແລ້ວ, ທຸກຄົນຈົ່ງຢຸດວຽກຢຸດງານຕ້ອນຮັບລະດູບານໃໝ່ດ້ວຍຄວາມເບີກບ່ານ. ພິທີວາງຕົ້ນກະຖິນລົງ, ທຸກຄົນຈະກັບ ຄືນການເຄື່ອນໄຫວເປັນປົກກະຕິໃນການດຳລົງຊີວິດປະຈຳວັນ ແລະ ຫວັງວ່າການດຳລົງຊີວິດສວຍງາມກວ່າ. ທາງດ້ານວັດທະນະທຳ, ການແນະນຳໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍມີຄວາມຮູ້ເຖິງຈຸດທີ່ເປັນມູນເຊື້ອຂອງວັດທະນະທຳ ຫວຽດນາມ ຕື່ມອີກ, ກໍຄືສ້າງຄວາມປະພຶດຕື່ມອີກໃນຊຸມມື້ຕ້ອນຮັບລະດູບານໃໝ່”.