ທ່ານປະທານເວທີປາໄສເສດຖະກິດໂລກ Borge Brende ກ່າວຄຳເຫັນໄຂກອງປະຊຸມ (ພາບ: THX/TTXVN) |
ດ້ວຍຫົວຂໍ້ “ການຮ່ວມມືໃຫ້ແກ່ສັງກາດອັດສະລິຍະ”, ເຫດການທີ່ໄດ້ແກ່ຍາວໃນເວລາ 5 ວັນ ຈະເຕົ້າໂຮມຜູ້ແທນເກືອບ 3000 ຄົນ ທີ່ມາຈາກຫລາຍພາກພື້ນ ແລະ ຂົງເຂດອຸດສາຫະກຳ ເພື່ອປຶກສາຫາລືບັນດາບັນຫາໃນ 5 ຂົງເຂດຫລັກແຫລ່ງຄື: ກຳນົດການເຕີບໂຕຄືນໃໝ່, ບັນດາຂະແຫນງອຸດສາຫະກຳໃນສັງກາດອັດສະລິຍະ, ການລົງທຶນເຂົ້າແຫລ່ງຊັບພະຍາກອນມະນຸດ, ປົກປັກຮັກສາຫນ່ວຍໂລກ ແລະ ສ້າງຄວາມເຊ່ືອໝັ້ນຄືນໃຫມ່.
ຜູ້ກໍຕັ້ງ ທັງເປັນປະທານຝ່າຍບໍລິຫານ WEF ທ່ານ Klaus Schwab ເນັ້ນຫນັກຢ່າງແຮງວ່າ: ກອງປະຊຸມປະຈຳປີ ຈະຊຸກຍູ້ຈິດໃຈການຮ່ວມມື ແລະ ຄວາມປະເອີບໃຈທີ່ມີລັກສະນະສ້າງສັນດ້ວຍເປົ້າໝາຍ ກຳນົດສັງກາດອັດສະລິຍະຈະມາເຖິງ ຕາມວິທີການຍືນຍົງ ແລະ ຮອບດ້ານກວ່າ. ໃນຂະນະນັ້ນ ທ່ານ Borge Brende ປະທານ ທັງເປັນຜູ້ອຳນວຍການຝ່າຍບໍລິຫານ WEF ໄດ້ເນັ້ນຫນັກເຖິງ ຄວາມຈຳເປັນກ່ຽວກັບການກະທຳສົມທົບ ແລະ ວິທີການຫນຶ່ງດຽວເພື່ອແກ້ໄຂບັນດາສິ່ງທ້າທາຍຮີບດ່ວນ ແລະ ເປີດບັນດາກາລະໂອກາດໃຫມ່ ນັ້ນແມ່ນຜ່ານບັນດາວິທີການເຂົ້າເຖິງການຮ່ວມມື ແລະ ປະດິດຄິດສ້າງ.

