Nagasaki ພາຍຫຼັງຖືກຈູດເຜົາຈາກ ລູກລະເບີດປະລະມານູ (ພາບ: History)

ເກືອບ 8 ທົດສະວັດຜ່ານມາ, ສຳລັບປະຊາຊົນ Hiroshima ແລະ Nagasaki ເວົ້າສະເພາະ ແລະ ປະຊາຊົນ ຍີ່ປຸ່ນ ເວົ້າລວມ, ຄວາມຊົງຈຳກ່ຽວກັບການສູນເສຍ ແລະ ຄວາມເຈັບປວດ, ຄວາມສະພຶງນັ້ນ ຍັງຄົງຢູ່ເໝືອນເດີມ.

ພິທີລະນຶກ ສັນຕິພາບ ແລະອາໄລຫາບັນດາຜູ້ປະສົບເຄາະຮ້າຍຂອງ ລູກລະເບີດປະລະມານູ ຈັດຂຶ້ນໃນປີນີ້ ຢູ່ Hiroshima ສືບຕໍ່ໄດ້ຮັບການປະຕິບັດຕາມທຳນຽມ ເພື່ອແນໃສ່ສົ່ງສານຕໍ່ຄວາມຄາດຫວັງສັນຕິພາບ.

ແຕ່ລະປີ, ບັນຊີລາຍຊື່ຜູ້ປະສົບເຄາະຮ້າຍຈາກ ລູກລະເບີດປະລະມານູ ຢູ່ Hiroshima ແລະ Nagasaki ແມ່ນຍາວກວ່າອີກ. ສານຊື່ງ ຍີ່ປຸ່ນ ຢາກສົ່ງເຖິງໂລກ ນັ້ນແມ່ນ: ເມື່ອໃດ ໂລກຍັງມີອາວຸດນິວເຄຼຍ ເວລານັ້ນ ຄວາມສ່ຽງກ່ຽວກັບວິນາດສະກຳ ຍັງຄົງມີຢູ່ ແລະຄວາມເຈັບປວດຈະບໍ່ແມ່ນສະເພາະຜູ້ໃດຫນຶ່ງ. ໂລກຄວນຖອດຖອນບົດຮຽນກ່ຽວກັບວິນາດສະກຳທິ່ຮ້າຍແຮງນອງເລືອດຢູ່ Hiroshima ແລະ Nagasaki.

ນັກຂ່າວ VOV ປະຈຳ ຍີ່ປຸ່ນ