(ພາບ: Reuters) |
ຕອນຄ່ຳວັນທີ 24 ກຸມພາ, ສື່ມວນຊົນ ອິດສະຣາແອນ ໄດ້ຄັດແຫລ່ງຂ່າວຂອງປະເທດນີ້ ໂດຍເວົ້າວ່າ ຂໍ້ຕົກລົງຢຸດຍິງ ລະຫວ່າງກອງທັບ ອິດສະຣາແອນ ແລະ ຂະບວນການຮາມາດສ ຢູ່ ກາຊາ ພວມຢູ່ໃນສະພາບອາດຈະລົ້ມລະລາຍ. ຕາມສຳນັກຂ່າວສານ Walla ແລ້ວ, ພາຍຫລັງ ຂະບວນການ ຮາມາດສ ເຫັນດີ ຕອບສະຫນອງເງື່ອນໄຂໂດຍທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ຍົກອອກມາ ເພື່ອແລກເອົາເລື່ອງ ອິດສະຣາແອນ ປ່ອຍຕົວຈຳນວນນັກໂທດ ປາແລດສະຕິນ ກວ່າ 600 ຄົນ, ການນຳ ລັດຖະບານ ອິດສະຣາແອນ ສືບຕໍ່ຍົກອອກເງື່ອນໄຂໃຫມ່.
ຕາມນັ້ນແລ້ວ, ທ່ານ Netanyahu ຮຽກຮ້ອງ ຮາມາດສ ຕ້ອງປະຕິບັດເລື່ອງມອບຊາກສົບຕົວປະກັນ 4 ຄົນທີ່ຍັງເຫລືອໃນໄລຍະ 1ໃຫ້ແກ່ຝ່າຍ ອິດສະຣາແອນ. ກ່ອນຫນ້ານັ້ນ ຕອນຄ່ຳວັນທີ 22 ກຸມພາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Netanyahu ຕົກລົງ ໂຈະເລື່ອງປ່ອຍຕົວນັກໂທດ ປາແລດສະຕິນ ກວ່າ 600 ຄົນ ຕາມຄຳໝັ້ນສັນຍາໃນບັ້ນແລກປ່ຽນຄັ້ງທີ 7 ໄລຍະ 1 ເຖິງວ່າ ກຳລັງ ຮາມາດສ ໄດ້ສຳເລັດພັນທະປ່ອຍຕົວອິດສະຫລະໃຫ້ແກ່ຕົວປະກັນ ອິດສະຣາແອນ 6 ຄົນ. ຂະບວນການ ຮາມາດສ ໄດ້ກ່າວປະມານຢ່າງແຮງການກະທຳໂຈະໄວ້ນີ້ ແລະ ເຈົ້າຫນ້າທີ່ທ່ານຫນຶ່ງຂອງຂະບວນການ ຮາມາດສ ຖະແຫລງວ່າ ນີ້ ຈະບໍ່ເຈລະຈາກ່ຽວກັບໄລຍະ 2 ຂອງຂໍ້ຕົກລົງ, ກ່ອນທີ່ອິດສະຣາແອນ ປ່ອຍຕົວອິດສະຫລະໃຫ້ແກ່ນັກໂທດ ປາແລດສະຕິນ ຄືດັ່ງຄຳໝັ້ນສັນຍາ.
ນັກຂ່າວ VOV ປະຈຳ ອີຢິບ

