ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
(ພາບ: baoquocte.vn)

ຕອນບ່າຍວັນທີ 13 ກຸມພາ, ທີ່ກອງປະຊຸມປະຈຳຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບວິວັດການສັບຊ້ອນກົງຈັກລັດໃນປະຈຸບັນຂອງ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ການສັບຊ້ອນກົງຈັກລັດແມ່ນການເຄື່ອນໄຫວເປັນປະຈຳຂອງບັນດາປະເທດ ແລະ ວິວັດການນີ້ບໍ່ສົ່ງຜົນສະທ້ອນເຖິງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ພ້ອມທັງໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດລົງທຶນດຳເນີນທຸລະກິດຢ່າງຍາວນານຢູ່ ຫວຽດນາມ.

ກ່ຽວຂ້ອງເຖິງທັດສະນະຂອງ ຫວຽດນາມ ຕໍ່ຂໍ້ສະເໜີວ່າ ຫວຽດນາມ ອາດຈະ ແມ່ນສະຖານທີ່ເປັນກາງໃຫ້ແກ່ບັນດາການເຈລະຈາແກ້ໄຂການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ, ທ່ານນາງ ຟ້າມທູຮັ່ງ, ຢືນຢັນວ່າ:

“ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມເປັນກາງໄກ່ເກ່ຍຂອງປະຊາຄົມສາກົນ ເພື່ອຊອກຫາມາດຕະການສັນຕິພາບຢ່າງຍາວນານໃຫ້ແກ່ການປະທະກັນ ດ້ວຍການເຂົ້າຮ່ວມຂອງທຸກຝ່າຍທີ່ກ່ຽວຂ້ອງ, ສອດຄ່ອງກັບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ. ແລະ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນ ເພື່ອຊຸກຍູ້ການໂອ້ລົມສົນທະນາ, ຊອກຫາມາດຕະການໂດຍສັນຕິວິທີ ເພື່ອສາມາດຢຸດຕິການປະທະກັນໃນປະຈຸບັນໂດຍໄວ”.