ທ່ານປະທານາທາບໍດີຄົນໃໝ່ Donald Trump ຈະເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງ ໃນຕອນເວລາ 12 ໂມງຂອງວັນທີ 20 ມັງກອນຕາມເວລາທາງທິດຕາເວັນອອກຂອງ ອາເມລິກາ (ກົງກັບເວລາ 17 ໂມງ GMT). ຫຼັງຈາກນັ້ນ, ທ່ານ Trump ຈະມີບົດກ່າວປາໄສຮັບດຳລົງຕຳແໜ່ງ, ຍົກອອກການກຳນົດທິດໃໝ່ໃຫ້ແກ່ປະເທດອາເມລິກາ ໃນອາຍຸການດຳລົງຕຳແໜ່ງປະທານາທິບໍດີ ຄັ້ງທີ ສອງຂອງຕົນ. ຄາດວ່າພິທີຈະດຳເນີນຢູ່ໃນຕຶກສຳນັກງານຍ້ອນວ່າຢູ່ໜ້າອາຄານຫໍສະພາແຫ່ງຊາດມີອາກາດໜາວຈັດ. ນີ້ແມ່ນຄັ້ງທຳອິດໃນໄລຍະ 40 ປີຜ່ານມາທີ່ພິທີສາບານຕົວຮັບດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາຈະດຳເນີນຢູ່ພາຍໃນເຮືອນ. ມີພະນັກງານປະຕິບັດກົດໝາຍປະມານ 25.000 ຄົນ ພ້ອມກັບປ້ອມຄວບຄຸມຫຼາຍແຫ່ງໄດ້ຮັບການຜັນຂະຫຍາຍຢູ່ ວໍຊິງຕັນ, ອາເມລິກາ ເພື່ອແນໃສ່ເພີ່ມທະວີຄວາມປອດໄພກ່ອນດຳເນີນພິທີ. ສ່ວນຫຼາຍເຂດໃຈກາງນະຄອນຫຼວງ ວໍຊິຕັນທີ່ແກ່ຍາວປະມານ 3 ກີໂລແມັດ ນັບແຕ່ທຳນຽບຂາວໄປຮອດ ຫໍສະພາແຫ່ງຊາດຈະຖືກຫ້າມສັນຈອນ.
ວັນທີ 20 ມັງກອນ, ທ່ານປະທານາທິບໍດີຄົນໃໝ່ Donald Trump ຈະເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງ
(VOVWORLD) - ທ່ານ Trump ຈະມີບົດກ່າວປາໄສຮັບດຳລົງຕຳແໜ່ງ, ຍົກອອກການກຳນົດທິດໃໝ່ໃຫ້ແກ່ປະເທດອາເມລິກາ ໃນອາຍຸການດຳລົງຕຳແໜ່ງປະທານາທິບໍດີ ຄັ້ງທີ ສອງຂອງຕົນ.
