ວັນທີ 24 ກຸມພາ 2025, ເຊິ່ງແມ່ນວັນຄົບຮອບ 3 ປີນັບແຕ່ເວລາທ່ານປະທານາທິບໍດີ ລັດເຊຍ Vladimir Putin ປຸກລະດົມ “ບັ້ນການທະຫານພິເສດ” ຢູ່ ຢູແກຼນ. ຕາມແຫຼ່ງຂໍ້ມູນຈາກສະຖາບັນຄົ້ນຄວ້າສົງຄາມ (ISW) ໃຫ້ຮູ້ວ່າ, ນັບແຕ່ປີ 2022, ຢູແກຼນ ໄດ້ເສຍສິດຄວບຄຸມຜືນແຜ່ນດິນຂອງປະເທດນີ້ 11%. ຕາມແຫຼ່ງຂໍ້ມູນຈາກອົງການລີ້ໄພສະຫະປະຊາຊາດແລ້ວ, ຮອດທ້າຍປີ 2024 ມີຜູ້ລີ້ໄພ ຢູແກຼນ ກວ່າ 6,3 ລ້ານຄົນພວມດຳລົງຊີວິດຢູ່ ເອີລົບ, ລວມມີປະມານ 1,2 ລ້ານຄົນຢູ່ ເຢຍລະມັນ, ເກືອບ 1 ລ້ານຄົນຢູ່ ໂປໂລຍ ແລະ 390.000 ຄົນຢູ່ ສ.ເຊັກໂກ…

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 23 ກຸມພາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Ryabkov ໃຫ້ຮູ້ວ່າ, ໄລຍະທີ 2 ຂອງການເຈລະຈາ ລັດເຊຍ - ອາເມລິກາ ຈະຈັດຂຶ້ນຢູ່ຂັ້ນຫົວໜ້າກົມ. ຄາດວ່າ, ນະຄອນຫຼວງ Riyadh ຂອງ ຊະອຸດີ ອາຣາເບຍ ຈະແມ່ນສະຖານທີ່ຈັດເຫດການດັ່ງກ່າວ.