ນະ​ຄອນ ໂຮ່​ຈີ​ມິນ ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ສູງ​ທີ່​ສຸດ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ລາວ

(VOVWORLD) - ນະຄອນໂຮ່ຈີມິນຖືເປັນສຳຄັນພິເສດ, ໃຫ້ບຸລິມະສິດສູງທີ່ສຸດຕໍ່ການພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ, ໃນນັ້ນມີການພົວພັນລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນແຮກສ່ຽວຂອງລາວ. 
ນະ​ຄອນ ໂຮ່​ຈີ​ມິນ ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ສູງ​ທີ່​ສຸດ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ລາວ - ảnh 1ທ່ານ ຫງວຽນແທັງງິ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ນະຄອນໂຮ່ຈີມິນອວຍພອນ ທ່ານ ພອນສີ ບູນມີໄຊ ຫົວໜ້າສະຖານກົງສູນ ລາວ ປະຈຳ ນະຄອນໂຮ່ຈີມິນ (ພາບ: TTXVN)

ນັ້ນແມ່ນການຢັ້ງຢືນຂອງທ່ານ ຫງວຽນແທັງງິ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ນະຄອນໂຮ່ຈີມິນ, ໃນຕອນບ່າຍວັນທີ 24 ມີນາ, ເມື່ອອວຍພອນການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22/3/1955-22/3/2025) ຢູ່ສຳນັກງານສະຖານກົງສູນໃຫຍ່ ລາວປະຈຳນະຄອນໂຮ່ຈີມິນ. ທ່ານ ຫງວຽນແທັງງິ ຢັ້ງຢືນໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ປາດຖະໜາຢາກເຮັດໃຫ້ການພົວພັນຮ່ວມມືໃນທຸກຂົງເຂດກັບບັນດາຄະນະ, ຂະແໜງການ, ທ້ອງຖິ່ນຂອງລາວເລິກເຊິ່ງກ່ວາອີກ ແລະ ຖືນີ້ແມ່ນ ຄຳສັ່ງຈາກຫົວໃຈ, ຖືຜົນສຳເລັດ ແລະ ການພັດທະນາຂອງປະເທດລາວແມ່ນຜົນສຳເລັດຂອງຕົນເອງ.

ສ່ວນທ່ານ ພອນສີ ບູນມີໄຊ ຫົວໜ້າສະຖານກົງສູນ ລາວ ປະຈຳ ນະຄອນໂຮ່ຈີມິນ ປາດຖະໜາວ່າ ໃນໄລຍະຈະມາເຖິງ ນະຄອນໂຮ່ຈີມິນ ຈະເພີ່ມທະວີການເປີດກວ້າງຂອບຂະໜາດ, ຂົງເຂດການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ, ສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືດ້ານການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນພົບປະແລກປ່ຽນລຸ້ນໜຸ່ມຂອງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ