(VOVWORLD) - ທີ່ກອງປະຊຸມພົບປະແລກປ່ຽນ, 2 ຝ່າຍໄດ້ເປັນເອກະພາບສຸມໃສ່ການຮ່ວມມືໃນບັນດາຂົງເຂດ
ທີ່ກອງປະຊຸມ
(ພາບ: qdnd.vn)
|
ຕອນເຊົ້າວັນທີ 28 ມີນາ, ຢູ່ຫຼວງພະບາງ, ໄດ້ຈັດກອງປະຊຸມພົບປະແລກປ່ຽນນະໂຍບາຍປ້ອງກັນຊາດ ຫວຽດນາມ - ລາວ ຄັ້ງທີ 5. ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນໂທ ວົງຄຳ ພົມມະກອນ, ຮອງລັດຖະມົນຕີກະຊວງປ້ອງກັນຊາດ ລາວ ໄດ້ເປັນປະທານກອງປະຊຸມພົບປະແລກປ່ຽນ.
ທີ່ກອງປະຊຸມພົບປະແລກປ່ຽນ, 2 ຝ່າຍໄດ້ເປັນເອກະພາບສຸມໃສ່ການຮ່ວມມືໃນບັນດາຂົງເຂດ, ຄື: ການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາກົນໄກທາບທາມຄວາມເຫັນ, ສົນທະນາໃຫ້ມີປະສິດທິຜົນ; ການສຶກສາ, ບຳລຸງສ້າງ; ການຮ່ວມມືຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ; ການຮັກສາສັນຕິພາບສະຫະປະຊາຊາດ; ສຶບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາກົນໄກ, ເວທີປາໄສຫຼາຍຝ່າຍສາກົນ ກໍຄືບັນດາເຫດການໂດຍແຕ່ລະຝ່າຍຈັດຂຶ້ນ… 2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ເນັ້ນໜັກເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນ ບັນດາຝ່າຍທີ່ກ່ຽວຂ້ອງ ຕ້ອງເຄົາລົບຮີດຄອງປະເພນີ ແລະ ກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982); ເຄົາລົບຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ສົ່ງເສີມສິ້ນສຸດການເຈລະຈາ, ລົງນາມກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະ ມີປະສິດທິຜົນ.