​ຕາມ​ທ່າ​ອ່ຽງ​ພັດ​ທະ​ນາ​ກະ​ສິ​ກຳ​ທັນ​ສະ​ໄໝ ມີ​ຊາວ​ກະ​ສິ​ກອນຫຼາຍ​ຄົນ​ຜະ​ລິດ​ແນວ​ເຂົ້າ​ໃໝ່ ສ່ວນ​ທ່ານ ຕື​ຫວຽດ ໄດ້​ເລືອກ​ເອົາ​ວິ​ທີ​ກັບ​ຄືນ​ສູ່​ການ​ຜະ​ລິດ​ເຂົ້າ​ນາ​ປີ​ໄລ​ຍະ​ຍາວ ປູກ​ປ​ີ​ລະ​ລະ​ດູການ ສຳ​ລັບ​ທ່ານ​ແລ້ວ, ​ບັນ​ດາ​ແນວ​ພັນ​ເຂົ້າ​ນາ​ປີ ບໍ່​ພຽງ​ແຕ່​ແມ່ນ​ແນວ​ປູກ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ໄລ​ຍະ​ທາງ​ນັບ​ຮ້ອຍ​ປີ​ທີ່​ເໝາະ​ສົມ​ກັບ​ທຳ​ມະ​ຊາດ ນີ້ກໍ່​ແມ່ນ​ແຫ່ງ​ເກັບ​ຮັກ​ສາ​ຄວາມ​ຮູ້​ໃນ​ການ​ປູກ​ຝັງ​ວັດ​ທະ​ນະ​ທຳ ແລະ ວິ​ຖີ​ວິດ​ຂອງ​ປະ​ຊາ​ຊົນ​ເຂດ​ແມ່​ນ້ຳ​ລຳ​ເຊ. ທ່ານ ຫວຽດ ໃຫ້​ຮູ້ວ່າ:

“ຂ້າ​ພະ​ເຈົ້າ​ບໍ່​ແມ່ນ​ຜູ້​ຮັກ​ສາ​ແນວ​ພັນ​ເຂົ້າ​ນາ​ປີ ແ​ລະ ກໍ່​ບໍ່​ແມ່ນ​ອະ​ນຸ​ລັກ​ຮັກ​ສາ​ຕົ້ນ​ເຂົ້າ. ຂ້າ​ພະ​ເຈົ້າ​ພຽງ​ແຕ່​ຟື້ນ​ຟູ​ຜ່ານ​ແນວ​ພັນ​ເຂົ້າ​ນາ​ປີ ເພື່ອ​ສ້າງ​ຈຸດ​ວັດ​ທະ​ນະ​ທຳ​ການ​ດຳ​ເນີນ​ຊີ​ວິດ, ວິ​ທີ​ພົວ​ພັນ​ການ​ຜະ​ລິດ​ຂອງ​ຊາວ​ກະ​ສິ​ກອນ​ເມື່ອ​ກ່ອນນີ້ ກັບ​ສິ່ງ​ແວດ​ລ້ອມ​ເນື້ອ​ທີ່​ໄຮ່​ນາ​ຮົ້ວ​ສວນ”.

ເພື່ອ​​ປະ​ຕິ​ບັດ​ຄວາມ​ໄຝ່​ຝັນອະ​ນຸ​ລັກ​​ພື້ນ​ຖານ​ກະ​ສິ​ກຳ​ທີ່​ມີ​ມາ​ແຕ່​ດົນ​ນານ ທ່ານ ຕື​ຫວຽດ ໄດ້​ເກັບ​ກຳ​ບັນ​ດາ​ແນວ​ເຂົ້າ​ນາ​ປີ ນັບ​ແຕ່​ປີ 2008 ຢູ່​ເຂດ​ຕ່າງໆ​ຄື ອານ​ປຽນ ອານ​ມິງ ແລະ ອື່ນໆ ທ່ານ​ຍັງ​ຊອກ​ຫາ​ໄປ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ ເກິ່ນ​ເທີ ເຊິ່ງ​ແມ່ນ​ບ່ອນ​ເກ​ັບ​ຮັກ​ສາ​ທະ​ນາ​ຄານ​ແນວ​ພັນ​ເຂົ້າ ປີ 2017 ທ່ານໄດ້​ເລີ່ມ​ສ້າງ​ຟາມ​ວັດ​ທະ​ນະ​ທຳ​ເຂົ້າ​ນາ​ປີ​ໃນ​ເນື້ອ​ທີ່​ 3 ເຮັກ​ຕາ ລົງ​ເລິກ​ປູກ​​ເຂົ້າ​ນາ​ປີ​ທີ່​ເປັນ​ແຜ່ຫຼາຍ​ໄລ​ຍະ​ໜຶ່ງ​ ແຕ່​ຄ່ອຍໆ​ຖືກ​ສູນ​ຫາຍ​ໄປ ​ຍ້ອນ​ສະ​ມັດ​ຕະ​ພາບ​ມູນ​ຄ່າ​ເສດ​ຖະ​ກິດບໍ່​ທໍ່​ກັບ​ແນວ​ເຂົ້າ​ປະ​ສົມ​ພັນ ທ່ານ ຫວຽດ ໃຫ້​ຮູ້​ຕໍ່​ໄປ​ວ່າ:

“ຍາມ​ໃດ​ຂ້າ​ພະ​ເຈົ້າ​ກໍ່​ຄຳ​ນຶງ​ເຖິງ​ຮູບ​ພາບ​ຊາວ​ກະ​ສິ​ກອນ​ໄປ​ເຮັດ​ໄຮ່​ເຮັດ​ນາ. ຂະ​ນະ​ທີ່​ເຂົາ​ເຈົ້າ​ໄປ​ປັກ​ດຳ​ເຂົ້າ​ນອກ​ຈາກ​ກັບ​ເຂົ້າ​ກິນກໍ່​ຍັງ​ມີ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ກະ​ສິ​ກຳ​ອີກ​ດ້ວຍ. ເມື່ອ​ປັກ​ດຳ​ແລ້ວ​ເຂົາ​ເຈົ້າກໍ່​ກິນ​ເຂົ້າ. ຊີ​ວິດ​ແມ່ນ​ລຽບ​ງ່າຍ​ທີ່​ສຸດ ຂ້າ​ພະ​ເຈົ້າບໍ່​ອາດ​ລືມ​ໄດ້”.

ມາ​ຮອດ​ປັດ​ຈຸ​ບັນ​ທ່ານ​ໄດ້​ຟື້ນ​ຟູ​ແນວ​ພັນ​ເຂົ້າ​ກວ່າ 40 ຊະ​ນິດ ໃນ​ນັ້ນ​ມີຫຼາຍ​ແນວ​ພັນ​ຫາ​ຍາກ ດ້ວຍ​ວິ​ທີ​ຫາ​ຍາກ ແລະ ເປັນ​ເອ​ກະ​ລັກ​ນີ້ ຝ່າຍ ​ໄທ​ ໄດ້​ເຊື້ອ​ເຊີນ​ທ່ານ ຕື ມາ​ເຂົ້າ​ຮ່ວມ​ກຸ່ມ​ຮັກ​ສາ​ແນວ​ພັນ​ເຂົ້າ​ທ້ອງ​ຖິ່ນ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່ ຍີ່​ປຸ່ນ ໄທ ກໍ່​ມາຊອກ​ຄວາມ​ເຂົ້າ​ໃຈ. ທ່ານ ຫວຽດ ໃຫ້​ຮູ້ວ່າ:

“​ປີ 2023 ກໍ່​ມີ​ເພື່ອນ​ບາງ​ຄົນ​ຢູ່ ໄທ ໄດ້​ມາ​ທັດ​ສະ​ນະ​ສຶກ​ສາ ເຂົາ​ເຈົ້າ​ເວົ້າ​ວ່າ ພ​ວກ​ເຂົາ​ຈະ​ເຊື້ອ​ເຊີນ​ເຮົາ​ໄປ ໄທ ແລະ ຢູ່​ຫັ້ນ​ກໍ່​ມີ​ບາງ​ຄົນ​ຄື ເຮົາ. ເດືອນ ກຸມ​ພາ ປີ 2025 ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ໄປ ໄທ ເພື່ອ​ເຂົ້າ​ຮ່ວມ​ງານ​ບຸນ​ແນວ​ພັນ​ເຂົ້າ. ສຳ​ລັບ​ງານ​ບຸນນີ້ ໄທ ກໍ່​ໄດ້​ຈັດ​ຕັ້ງ​ເປັນ​ເທື່ອ​ທີ 25 ແລ້ວ”.

ຕາມ​ບັນ​ດາ​ນັກ​ຄົ້ນ​ຄວ້າ​ແລ້ວ ເຖິງວ່າ​ປະ​ສິດ​ທິ​ຜົນ​ຂອງ​ຮູບ​ແບບ​ເຂົ້າ​ນາ​ປີກໍ່​ຕ້ອງ​ການ​ມີ​ເວ​ລາ​ຕື່ມ​ອີກ ເພື່ອ​ຕີ​ລາ​ຄາກໍ່​ຕາມ ແຕ່​ຄຸນ​ຄ່າ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ ແລະ ສັງ​ຄົມແມ່ນ​ໃຫຍ່ຫຼວງ​ທີ່​ສ​ຸດ ປະ​ກອບ​ສ່ວນ​ອະ​ນຸ​ລັກ​ຊີ​ວິ​ນາໆ​ພັນ​ຮັກ​ສາ​ແນວ​ພັນ​ເຂົ້າ​ຢູ່​ທ້ອງ​ຖິ່ນ ແລະ ຟື້ນ​ຟູ​ລະ​ບົບ​ຊີ​ວະ​ພາບ​ທຳ​ມະ​ຊາດ ທ່ານ ປະ​ລິນ​ຍາ​ເອກ ຫງວຽນ​ວັນ​ກ່ຽນ ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ແມ່​ຂອງ ໂອ​ແກນ​ນິກ ໃຫ້​ຮູ້​ວ່າ:

“ຂ້າພະ​ເຈົ້າ​ກໍ່​ໄດ້​ເຂົ້າ​ຮ່ວມ​ຄົ້ນ​ຄວ້າ​ອະ​ນຸ​ລັກ​ລະ​ບົບ​ເຂົ້າ​ນາ​ປີ​ຢູ່​ແຂວງ ອານ​ຢາງ. ດັ່ງ​ນັ້ນ​ເມື່ອ​ເຫັນ​ທ່ານ ຕື​ຫວຽດ ເຮັດ​ວຽກ​ງານນີ້, ຂ້າ​ພະ​ເຈົ້າ​ກໍ​ເຫັນ​ວ່າ​ດີ​ທີ່​ສຸດ. ວຽກ​ງານນີ້ກໍ່​ມີ​ຄວ​າມ​ໝາຍ​ຕໍ່​ການ​ອະ​ນຸ​ລັກ ແລະ ຂ້າ​ພະ​ເຈົ້າ​ໄດ້​ສະ​ໜັບ​ສະ​ໜູນ​ທ່ານ ຫວຽດ ຢ່າງ​ແທ້​ຈິງ”.

ໃນ​ອາ​ຍຸ 60 ປີ​ປາຍ​ແລ້ວ ແຕ່​ທ່ານ ຕື​ຫວຽດ ດ້ວຍ​ທິດ​ສະ​ດີ​ທີ່​ລຽບ​ງ່າຍ​ວ່າ ຢາກ​ມີ​ເຂົ້າ​ມີ​ຄຸນ​ນະ​ພາບ​ສູງ ເຂົ້າ​ສານ​ສະ​ອາດກໍ່​ຕ້ອງ​ມີ​ດິນ​ອຸ​ດົມ​ສົມ​ບູນ ຢາກ​ໃຫ້​ມີ​ດິນ​ອຸ​ດົມ​ສົມ​ບູນ​ ກໍຕ້ອງ​ເຄົາ​ລົບ ແລະ ປົກ​ປັກ​ຮັກຮັກສິ່ງທີ່ມີຊີວິດ​ທີ່​ມີ​ຄຸນ​ປະ​ໂຫຍດ ​ເຊິ່ງ​ປູ່​ຍ່າ​ຕາ​ຍາຍ​ເຮົາ​ໄດ້​ເຮັດ​ມາ​ນັບ ຮ້ອຍປີກ່ອນນີ້ ​ແມ່ນ​ພື້ນ​ຖານ​ກະສິກຳເປັນມິດ​ກັບ​ທຳ​ມະ​ຊາດ ແລະ ໝັ້ນ​ຄົງ ຜ່ານ​ບັນ​ດາ​ເນື້ອ​ທີ່​ເຂົ້ານາ​ປີ ໄວ້​ໜຸ່ມ​ຈະ​ມີ​ຄວາມ​ເຂົ້າ​ໃຈຫຼາຍກວ່າ​ກ່ຽວ​ກັບ​ອະ​ດີດ​ຕະ​ການ ແລະ ກ້າວ​ເດີນ​ຢ່າງ​ໝັ້ນ​ຄົງ​ໃນ​ອະ​ນາ​ຄົດ.