ສອງ​ທົດ​ສະ​ວັດ​ຜ່ານ​ມາ, ​​ເສັ້ນ​ທາງ​ຄອອກ​ສູ່​ທົ່ວ​ໂລກຂອງ Viettel ຕິດ​ພັນ​ກັບ​ບັນ​ດາ​ຕະຫຼາດ​ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ສິ່ງ​ທ້າ​ທາຍ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ​ໂທ​ລະ​ຄົມ​ມະ​ນາ​ຄົມ​ສາ​ກົນ. ທ່ານ ຮ​ວ່າງ​ແອັງ​ຊວັນ, ອະ​ດີດ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສ​ັດ Viettel ແບ່ງ​ປັນ​ວ່າ​:

“ຍຸດ​ທະ​ສາດ​ຂອງ Viettel ໃນ​ຄາວ​ນັ້ນ ແມ່ນ​ຕ້ອງນອນ​ໃນ​ກຸ່ມ 10 ບໍ​ລິ​ສັດ​ຂຸດ​ຄົ້ນ​ໂທ​ລະ​ຄົມ​ມະ​ນາ​ຄົມ​ໃຫຍ່​ສຸດ​ໃນ​ໂລກ. ດັ່ງ​ນັ້ນ, ຖ້າ​ວ່າ ບໍ່​ດຳ​ເນີນ​ການ​ລົງ​ທຶນ​ອອກ​​ຕ່າງ​ປະ​ເທດ​ນັ້ນ, ເປົ້າ​ໝາຍ​ນັ້ນ​ກໍ​ຈະ​ບໍ່​ປະ​ສົບ​ຜົ​ນ​ສຳ​ເລັດ. ຖ້າ Viettel ພຽງ​ແຕ່​ຢູ່​ຕະຫຼາດ ຫວຽດ​ນາມ ຢ່າງ​ດຽວ, ກໍ​ຈະ​ບໍ່​ສາ​ມາດ​ນອນ​ໃນ​ກຸ່ມ 10 ບໍ​ລິ​ສັດ​ຂຸດ​ຄົ້ນ​ໂທ​ລະ​ຄົມ​ມະ​ນາ​ຄົມ​ໃຫຍ່​ສຸດ​ໃນ​ໂລກ​ໄດ້”.

ຢູ່ ກຳ​ປູ​ເຈຍ, ຕະຫຼາດ​ບ້ານ​ໃກ້​ເຮືອນ​ຄຽງ​ທຳ​ອິດ​ຂອງ Viettel, ເຄື່ອງ​ໝາຍ​ການ​ຄ້າ Metfone ແມ່ນ​ບໍ​ລິ​ສັດ​ອິນ​ເຕີ​ເນັດ​ທີ 8 ທີ່​ໄດ້​ຮັບ​ການ​ອະ​ນຸຍາດ,ໂດຍມີ​ການແກ່ງແຍ້ງ​ຢ່າງ​ຂ້ຽວ​ຂາດ. Viettel ໄດ້​ກໍ່​ສ້າງ​ຕາ​ໜ່າງ​ເຄືອຂ່າຍໄປເຖິງ​ເຂດ​ຊຸມ​ຊົນ​ເກືອບ​ໝົດຢ່າງວ່ອງ​ໄວ, ປະ​ກອບ​ສ່ວນ​ສ​ະໜອງ​ການ​ບໍ​ລິ​ການ​ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ອິນ​ເຕີ​ເນັດ​ໄປເຖິງ​ທັງ​ເຂດ​ຊົນ​ນະ​ບົດ, ເຂດ​ຊາຍ​ແດນ​ອີກ​ດ້ວຍ. ໄລ່​ມາ​ຮອດ​ປັ​ດ​ຈຸ​ບັນ, Metfone ບໍ່​ພຽງ​ແຕ່​ແມ່ນ​ບໍ​ລິ​ສັດ​ອິນ​ເຕີ​ເນັດ​ໃຫຍ່​ສຸດ​ຢູ່ ກຳ​ປູ​ເຈຍ ເທົ່າ​ນັ້ນ, ຫາກ​ຍັງ​ກາຍ​ເປັນ​ໜຶ່ງໃນ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ໃຫ້​ແ​ກ່​ງົບ​ປະ​ມານ ແລະ ບັນ​ດາ​ໂຄງ​ການ​ສັງ​ຄົມ​ຢູ່​ປະ​ເທດ​ນີ້​ອີກ​ດ້ວຍ.

ຫຼື​ຢູ່ ​ໄຮ​ຕີ, Viettel ໄດ້​ເລີ່ມ​ຕົ້ນ​ໃນ​ສະ​ພາບ​ການ​ທີ່​ພິ​ເສດ​ທີ່​ສຸດ, ເມື່ອ​ປະ​ເທດ Caribe ນີ້ ຫາ​ກໍ່​ຜ່ານ​​ເຫດ​ແຜ່ນ​ດິນ​ໄຫວ​ທີ່ແສນ​ສາ​ຫັດ ໃນ​ປີ 2010 ເຮັດ​ໃຫ້​ພື້ນ​ຖານ​ໂຄງ​ລ່າງ​ສ່ວນຫຼາຍ​ຖືກ​ມ້າງ​ເພ​ທຳ​ລາຍ. ໃນ​ຂະ​ນະ​ນັ້ນ, Viettel ພຽງ​ແຕ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ລົງ​ທຶນ ແລະ ຍັງ​ບໍ່​ທັນ​ສ້າງ​ຕາ​ໜ່າງ​ເຄືອຂ່າຍເທື່ອ, ແຕ່​ພາຍຫຼັງເຫດ​ວິ​ນາດ​ຕະ​ກຳ ກໍຍັງ​ຄົງ​ຕັດ​ສິນ​ໃຈ​ຮັກ​ສາ​ຄຳ​ໝັ້ນ​ໝາຍ, ຈັດ​ສົ່ງ​ນັກ​ວິ​ສະ​ວະ​ກອນ​ໄປ​ຍັງ ໄຮ​ຕີ ແລະ ເລີ່ມ​ກໍ່​ສ້າງ​ລະ​ບົບ​ໂທ​ລະ​ຄົມ​ມະ​ນາ​ຄົມ​ເກືອບ​ຄື​ວ່າ​ດ້ວຍ​ຕົວເລກ​ສູນ. ແຕ່​ດຽວ​ນີ້, ໄຮ​ຕີ ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ພື້ນ​ຖານ​ໂຄງ​ລ່າງ​ສາຍ​ກາບ​ໃຍ​ແກ້ວ​ໃຫຍ່​ສຸດ​ຢູ່​ພາກ​ພື້ນ Caribe. ທ່ານ ຫງວຽນ​ແມ້ງ​ຮຸ່ງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ອະ​ດີດ​ປະ​ທານ​ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ Viettel ໃຫ້​ຮູ້​ວ່າ:

“Viettel ອອກ​ສູ່​ໂລກ​ໂດຍບໍ່​ໄດ້​ຖື​ເຄື່ອງ​ໝາຍ​ການ​ຄ້າ Viettel ຫາກ​ຖື​ເອົາ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ປະ​ເທດ​ນັ້ນ. ເມື່ອ​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ອອກຕ່າງ​ປະ​ເທດ​ລ້ວນ​ແຕ່​ຖື​ເຄື່ອງ​ໝາຍ​ການ​ຄ້າ​ໄປ​ພ້ອມ ແຕ່ Viettel ບໍ່​ໄດ້​ເຮັດ​ຄື​ແນວ​ນັ້ນ… ຕົວ​ຢ່າງ ຄື​ການ​ລົງ​ທຶນ​ຢູ່ ກຳ​ປູ​ເຈຍ, Viettel ໄດ້​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ”.

ໂດຍ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ນາໆ​ປະ​ການ​ໃນ​ຕ​ະ​ຫຼອດ​ເກືອບ 20 ປີ​ແຫ່ງ​ການ​ເປີດ​ທາງ​ອອກ​ສູ່​ໂລກ, ມີ​ພະ​ນັກ​ງານ Viettel ກວ່າ 10.000 ເທື່ອ​ຄົນ ບໍ່​ຫວາດ​ຫວັ່ນ​ຕໍ່​ຄວາມ​ຫຍຸ້ງ​ຍາກ, ອົດທົນ​ຕັ້ງໃຈ​ກໍ່​ສ້າງ ແລະ ພັດ​ທະ​ນາ​ບັນ​ດາ​ເຄື່ອ​ງ​ໝາຍ​ການ​ຄ້າ​ໂທ​ລະ​ຄົມ​ມະ​ນາ​ຄົ​ມ ຫວຽດ​ນາມ ຢູ່​ບັນ​ດາ​ປະ​ເທດ​ທີ່​ຕົນ​ໄດ້​ລົງ​ທຶນ. ປັດ​ຈຸ​ບັນ​ນີ້, Viettel ໄດ້​ມີ​ໜ້າ ​ຢູ່ 16 ປະ​ເທດ, ລວມມີບັນ​ດາ​ປະ​ເທດ​ທີ່ໄປລົງ​ທຶນ ແລະ ບັນ​ດາ​ຫ້ອງ​ການ​ຕາງ​ໜ້າ. ທ່ານ ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຖື​ວ່າ:

“ບໍ​ລິ​ສັດ​ໃຫຍ່​ລົງ​ທຶນ​ຫຸ້ນ​ສ່ວນ​ສາ​ກົນ Viettel ໄດ້​ມີ​ການ​ປະ​ກອບ​ສ່ວນ​ດີ​ເດັ່ນ​ເປັນ​ພິ​ເສດ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ດ້ວຍ​ບັນ​ດາ​ຂີດ​ໝາຍ​ທີ່​ພົ້ນ​ເດັ່ນ. ສ້າງ​ສຳ​ເລັດ 10 ເຄື່ອງ​ໝາຍ​ການ​ຄ້າ​ໂທ​ລະ​ຄົມ​ມະ​ນາ​ຄົມ​ແຖວ​ໜ້າ​ຢູ່ຫຼາຍ​ປະ​ເທດ. ນຳ​ໜ້າ​ພາ​ທາງ​ ແລະ ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ແກ່​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ບືນ​ຕົວ​ອອກ​ສູ່​ໂລກ, ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ Viettel, ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ, ການ​ຊີ້​ນຳ​ນຳ​ພາ​ອັນ​ຖືກ​ຕ້ອງ​ຂອງ​ພັກ, ຂອງ​ລັດ, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ການ​ປະ​ສານ​ສົມ​ທົບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ກັບ​ເສດ​ຖະ​ກິດ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​​ຄວາມ​ຄາດ​ຫວັງ​ຂອງ​ຊາດ, ຄວາມ​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ ແລະ ຄຸນທາດຂອງວິ​ສາ​ຫະ​ກິດກອງ​ທັບ​ໃນ​ໄລ​ຍະ​ໃໝ່ຢ່າງ​ຈະ​ແຈ້ງ​”.

ປັດ​ຈຸ​ບັນ, Viettel ຖື​ອັດ​ຕາ​ສ່ວນ​ກວມໃຫຍ່​ສຸດຢູ່ 7 ໃນ 10 ຕະຫຼາດ​ທີ່​ພວມ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕ່າງ​ປະ​ເທດ (ລວມ​ມີ 4 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄື: ລາວ, ກຳ​ປູ​ເຈຍ, ມຽນ​ມາ, Timor Leste; 4 ປະ​ເທດ ອາ​ຟະ​ລິ​ກາ: ໂມ​ຊຳ​ບິກ, ກາ​ເມີ​ຣູນ, ຕັງ​ຊາ​ນີ, Burundi; 2 ປະ​ເທດ ອາ​ເມ​ລິ​ກາ: ໄຮ​ຕີ, ເປ​ຣູ). ເມື່ອ​ແບ່ງ​ປັນ​ກ່ຽວ​ກັບ​ເຄັດ​ລັບ​ເພື່ອ​ປະ​ສົບ​ຜົນ​ສຳ​ເລັດ​, ທ່ານ ຫງວຽນ​ແທັ່ງ​ເຍືອງ, ອະ​ດີດ​ຜູ້​ອຳ​ນວຍ​ການ​ໃຫຍ່​ Viettel ກຳ​ປູ​ເຈຍ (ໄລ​ຍະ 2015 – 2019), ເນັ້ນ​ໜັກ​ວ່າ:

“ຄູ່​ແຂ່ງຍາມ​ໃດ​ກໍ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ລາ​ຄາຖືກ, ແຕ່ Viettel ບໍ່​ເດີນ​ຕາມ​ວິ​ທີ​ນັ້ນ, ໂດຍ​ຖື​ທິດສະດີ​ຂອງ Viettel ທີ່​ວ່າ ຖື​ລູ​ກ​ຄ້າ​ເປັນ​ບຸກຄົນພິເສດ​ສະ​ເພາະ. ບ່ອນ​ໃດ​ມີ​ການ​ແກ່ງແຍ້ງແຂ່ງ​ຂັນທີີ່ຂ້ຽວ​ຂາດ, ບ່ອນນັ້ນ Viettel ຈະ​ມີ​ນະ​ໂຍ​ບາຍ​ລາ​ຄາ​ຕ່າງຫາກ”.

ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ສາ​ກົນ ໄດ້​ນຳ​ມາ​ເຊິ່ງ​ລາຍ​ຮັບ​ກວ່າ 3 ຕື້ USD ຕໍ່​ປີ, ຮັກ​ສາ​ລະ​ດັບ​ການ​ເຕີບ​ໂຕ​ລາຍ​ຮັບ​ປະ​ມານ 20% ໃນຫຼາຍ​ປີ​ຢ່າງ​ລຽນ​ຕິດ. ແຕ່​ລະ​ປີ, ບັນ​ດາ​ຕະຫຼາດ​ຕ່າງ​ປະ​ເທດ​ໄດ້​ປະ​ກອບສ່ວນ​ເຂົ້າ​ໃນ​ກະ​ແສການ​ສົ່ງ​ເງິນ​ຕາ​ກັ​ບ​ຄືນ​ເມືອ​ປະ​ເທດ ແຕ່ 350 – 400 ລ້ານ USD ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ເມື່ອ​ກ່າວ​ຄຳ​ເຫັນ​ໃນ​ການ​ເຮັດ​ວຽກ​ກັບ Viettel ກຳ​ປູ​ເຈຍ ເມື່ອ​ເດືອນ ກໍ​ລະ​ກົດ 2024, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

“ຍາກ​ທີ່ຈະ​ມີ​ບໍ​ລິ​ສັດ​ໃດ​ທີ່​ລົງ​ທຶນ​ອອກ​ສູ​່​ຕ່າງ​ປະ​ເທດ​ຄື Viettel ໄດ້​ນຳ​ຜົນ​ປະ​ໂຫຍດ​ມາໃຫ້​ແກ່​ປະ​ເທດ​ຊາດ, ຜົນ​ປະ​ໂຫຍດທາງ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ, ການ​ພົວ​ພັນ​ຕ່າງ​ປະ​ເທດ, ການ​ປ້ອງ​ກັນ​ຊາດ. ສິ່ງ​ເຫຼົ່າ​ນັ້ນ ໄດ້​ຍົກ​ສູງ​ພາບ​ພົດ, ທີ່​ຕັ້ງ​ຂອງ ຫວຽດ​ນາມ, ໂດຍບໍ່​ພຽງ​ແຕ່​ແມ່ນ​ບັນ​ຫາ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢ່າງດຽວເທົ່າ​ນັ້ນ”.

ພາຍຫຼັງ 20 ປີ​ທີ່​ມີ​ໜ້າ​ໃນ​ຕະຫຼາດ​ສາ​ກົນ, Viettel ພວມ​ຫັນ​ຈາກ​ຮູບ ຮູບ​ແບບ “ລົງ​ທຶນ​ອອກ​ສູ່​ຕ່າງ​ປະ​ເທດ” ໄປ​ສູ່​ຍຸດ​ທະ​ສາດ​ດຳ​ເນີນ​ທຸ​ລະ​ກິດ​ທົ່ວ​ໂລກ (Go Global 2.0), ດ້ວຍ​ເປົ້າ​ໝາຍ​ນຳ​ກຳ​ລັງ​ຄວາມ​ສາ​ມາດ​ສັງ​ລວມ​ຂອງ​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ - ເຕັກ​ໂນ​ໂລ​ຢີ​ສູງ​ອອກ​ສູ່​ຕະຫຼາດ​ສາ​ກົນ. Viettel ວາງ​ເປົ້າ​ໝາ​ຍ​ສືບ​ຕໍ່​ພັດ​ທະ​ນາ​ຂົງ​ເຂດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ຢ່າງ​ແຮງ, ພ້ອມ​ທັງ​ພັດ​ທະ​ນາ​ໄປ​ສູ່​ຂົງ​ເຂດໃໝ່, ເຊັ່ນ: ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ, ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຢີ​ສູງທີ່ໃຊ້ໄດ້ທັງໃນທາງການທະຫານ ແລະ ພົນລະເຮືອນ (Dual-UseHigh-Tech Industry), ກ​ານ​ຄ​້າ​ເອ​ເລັກ​ໂຕ​ນິກ, logistic. ດ້ວຍ​ເປົ້າໝາຍ​ບັນ​ລຸລະ​ດັບເຕີບ​ໂຕ​ຕ່ຳ​ສຸດ 20% ຕ​ໍ່​ປີ, Viettel ພ້ອມ​ແລ້ວ​ທີ່​ຈະ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່./.