ຄວາມຂ້ຽວຂາດນີ້ໄດ້ຫັນເປັນຈິງດ້ວຍບັນດາການກະທຳບໍລິຫານໂດຍໄວ, ໂດຍກົງ. ບັນດາກອງປະຊຸມຄັ້ງທຳອິດຂອງລັດຖະບານພາຍໃຕ້ການເປັນປະທານຂອງ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ສຸມໃສ່ແກ້ໄຂ “ຈຸດອຸດຕັນ”, ນັບແຕ່ການປ່ອຍເງິນລົງທຶນສາທາລະນະ, ຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຕະຫຼອດຮອດການຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່.
“ຄັດເລືອກຖືກຕ້ອງ - ຜັນຂະຫຍາຍໂດຍໄວ - ເຮັດຈົນສຳເລັດ - ວັດແທກດ້ວຍໝາກຜົນ ແລະ ມີຄວາມຮັບຜິດຊອບໂດຍກົງ ກ່ຽວກັບໝາກຜົນໃນການປະຕິບັດ” ແມ່ນຈິດໃຈລຸລ່ວງຂອງລັດຖະບານອາຍຸການໃໝ່.
ກຳນົດຄືນໃໝ່ວິໄນການບໍລິຫານ
ພ້ອມກັບການປະກາດໃຊ້ໂຄງການດຳເນີນງານຂອງລັດຖະບານປະຕິບັດບົດສະຫຼຸບເລກທີ 18 ຂອງສູນກາງກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ 2026 – 2030, ລັດຖະບານກຳນົດຄືນວິໄນການບໍລິຫານຢ່າງຂ້ຽວຂາດ.
ໃນສະພາບການພື້ນຖານເສດຖະກິດພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍ, ຄວາມຮຽກຮ້ອງຕ້ອງການກ່ຽວກັບການເຄື່ອນໄຫວຂອງກົງຈັກບໍລິຫານຢ່າງສະດວກ ແລະ ມີປະສິດທິຜົນ ມີຄວາມຈຳເປັນກວ່າເວລາໃດໝົດ. ໃນກອງປະຊຸມຄະນະປະຈຳລັດຖະບານຄັ້ງທຳອິດ, ທ່ານນາຍົກລັດຖະມົນຕີ ເລມຶງຮຶງ ໄດ້ເນັ້ນໜັກຫຼັກການ “ມີຄົນຈະແຈ້ງ, ວຽກງານຈະແຈ້ງ, ມີຄວາມຮັບຜິດຊອບຢ່າງຈະແຈ້ງ, ເວລາຈະແຈ້ງ, ໝາກຜົນຈະແຈ້ງ”.
ຕ້ອງຕັ້ງໝັ້ນກັບເປົ້າໝາຍການເຕີບໂຕເສດຖະກິດສູງ, ຍືນຍົງ, ແທ້ຈິງ ແລະ ລັດຖະບານໄດ້ກຳນົດນີ້ແມ່ນໜ້າທີ່ການເມືອງຈຸດສຸມ, ລຸລ່ວງ. ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າຂະແໜງ, ປະທານຄະນະກຳມະການປະຊາຊົນ ຂັ້ນແຂວງ ແລະ ບັນດາເລຂາທິການ, ຄະນະປະຈຳບັນດາຄະນະພັກແຂວງ, ຄະນະພັກນະຄອນ ສຸມໃສ່ເຂົ້າການຊີ້ນຳນຳພາຢ່າງຂ້ຽວຂາດບົນຈິດໃຈ “ຄັດເລືອກຖືກຕ້ອງ - ຜັນຂະຫຍາຍໂດຍໄວ - ເຮັດຈົນສຳເລັດ - ວັດແທກດ້ວຍໝາກຜົນ ແລະ ມີຄວາມຮັບຜິດຊອບໂດຍກົງ ກ່ຽວກັບໝາກຜົນໃນການປະຕິບັດ”.
ບົນພື້ນຖານດັ່ງກ່າວ, ລັດຖະບານໄດ້ປະກາດໃຊ້ໂຄງການກະທຳເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ດ້ວຍ 12 ກຸ່ມໜ້າທີ່ຫຼັກແຫຼ່ງ, 6 ໜ້າທີ່ຈຸດສຸມ ແລະ 3 ບາດກ້າວຍຸດທະສາດ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັ້ກວ່າ:
ລັດຖະບານຖືວ່າ ນີ້ແມ່ນມາດຕະການສຳຄັນພິເສດເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕຢູ່ລະດັບ 2 ຕົວເລກ, ໃນນັ້ນສຸມໃສ່: ສູ້ຊົນບັນລຸລາຍຮັບງົບປະມານແຫ່ງຊາດເພີ່ມຂຶ້ນ 10%, ປະຢັດກວ່າ 10% ແລະ ສູ້ຊົນປະຢັດລາຍຈ່າຍປະຈຳຕື່ມອີກກ່ວາ 5%. ໃນແຜນການຈັດແບ່ງງົບປະມານແຫ່ງລັດໃນສ່ວນລາຍຈ່າຍປະຈຳ, ຮຽກຮ້ອງກະຊວງການເງິນເປັນເຈົ້າການຫຼຸດຜ່ອນລາຍຈ່າຍປະຈຳຕື່ມອີກ 10% ແລະ ສືບຕໍ່ຈົນຮອດກາງປີສູ້ຊົນຫຼຸດຜ່ອນຕື່ມອີກ 5% ເພື່ອສະຫງວນແຫຼ່ງກຳລັງສຳຮອງໃຫ້ແກ່ບັນດາກໍລະນີຮີບດ່ວນ ແລະ ສະຫງວນແຫຼ່ງກຳລັງຕື່ມອີກເພື່ອຈ່າຍໃຫ້ແກ່ການລົງທຶນພັດທະນາ.
ລັດຖະບານເປັນເຈົ້າການກະທຳດ້ວຍບັນດາໝາກຜົນທີ່ຈະແຈ້ງ
ຄວາມຈິງພາຍຫຼັງບູລະນະກົງຈັກ, ນາຍົກລັດຖະມົນຕີ ແລະ ບັນດາສະມາຊິກລັດຖະບານ ໃນຊຸມວັນຜ່ານມາ ໄດ້ມີການເດີນທາງໄປປະຕິບັດງານໃນບໍລິເວນຕົວຈິງ, ເຮັດວຽກກັບບັນດາກະຊວງ, ຂະແໜງການ, ວິສາຫະກິດໂດຍກົງຢ່າງຕໍ່ເນື່ອງ, ສ້າງກົນໄກຕິດຕາມກວດກາ ແລະ ຕີລາຄາປະສິດທິຜົນຢ່າງໂປ່ງໃສກວ່າ.
ຈິດໃຈລັດຖະບານກະທຳກໍ່ໄດ້ສະແດງໃຫ້ເຫັນແຈ້ງຜ່ານການມອບໜ້າທີ່ລະອຽດ, ຕິດພັນກັບເວລາກຳນົດຢ່າງຈະແຈ້ງ. ຈາກຄວາມຮຽກຮ້ອງຕ້ອງການຫຼຸດຜ່ອນລະບຽບການບໍລິຫານໃນເດືອນເມສາ, ແກ້ໄຂຂໍ້ຕິດຂັດໃຫ້ແກ່ນັບພັນໂຄງການ, ຈົນຮອດເວລາປະຕິບັດສຳເລັດລະບອບລະບຽບການ, ສຳຫຼວດກວດຄືນການວາງແຜນຜັງ ແລະ ປັບປຸງນະໂຍບາຍວ່າດ້ວຍທີ່ດິນໃນປີ 2026.
ໄຕມາດທີ II/2026, ການສ້າງກົດໝາຍໃຫ້ສົມບູນແບບເພື່ອແກ້ໄຂຊັບສິນສາທາລະນະແມ່ນເຮືອນຢູ່, ທີ່ດິນຍັງເຫຼືອຢ່າງເຖິງຖອງ. ໃນໄຕມາດທີ III/2026, ຕ້ອງປະຕິບັດສຳເລັດການຄົ້ນຄ້ວາ, ສຳຫຼວດກວດຄືນ, ຮັບປະກັນປະສິດທິຜົນ, ປະສິດທິພາບ, ເປັນເອກະພາບໃນການຄຸ້ມຄອງລັດ ສຳລັບແຕ່ລະຂົງເຂດ. ປີ 2026, ປະຕິບັດສຳເລັດການສຳຫຼວດກວດຄືນ, ດັດປັບ, ໃຫ້ສັດຕະຍາບັນ ແລະ ຜັນຂະຫຍາຍບັນດາການວາງແຜນກຳນົດທີ່ຂຶ້ນກັບລະບົບວາງແຜນຜັງກຳນົດແຫ່ງຊາດ, ຮັບປະກັນຄົບຊຸດ, ເປັນເອກະພາບດ້ວຍຄວາມຮຽກຮ້ອງຕ້ອງການເຕີບໂຕຢູ່ລະດັບ 2 ຕົວເລກ.
ໃນສະພາບການເປົ້າໝາຍການເຕີບໂຕຢູ່ລະດັບສູງ ຕ້ອງບັນລຸໄດ້ໃນໄລຍະຈະມາເຖິງ, ລັດຖະບານອາຍຸການໃໝ່ບໍ່ພຽງແຕ່ສຸມໃສ່ບັນດາມາດຕະການໄລຍະສັ້ນຄືກະຕຸກຊຸກຍູ້, ຍູ້ແຮງການລົງທຶນສາທາລະນະເທົ່ານັ້ນ ຫາກຍັງເອົາໃຈໃສ່ບັນດາການປະຕິຮູບທີ່ມີລັກສະນະພື້ນຖານຄື: ບູລະນະລະບອບລະບຽບການ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ພັດທະນາພື້ນຖານໂຄງລ່າງຍຸດທະສາດ ແລະ ຊຸກຍູ້ນະວັດຕະກຳ.
ດ້ວຍການເລີ່ມຕົ້ນຢ່າງຂ້ຽວຂາດ, ຄົບຊຸດ ແລະ ກຳນົດທິດຢ່າງຈະແຈ້ງ, ດ້ວຍຄວາມຕັດສິນໃຈໃນການກະທຳຂອງນາຍົກລັດຖະມົນຕີ ພ້ອມກັບກົງຈັກລັດຖະບານອາຍຸການໃໝ່ ພວມສ້າງບັນດາທ່ວງທ່າເລີ່ມຕົ້ນທີ່ຕັ້ງໜ້າ, ສ້າງພື້ນຖານໃຫ້ແກ່ການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມໃນໄລຍະຈະມາເຖິງ.
