(vovworld) - ໂບ໋ອີ ແມ່ນໜຶ່ງໃນບັນດາຊົນເຜົ່າທີ່ມີພົນລະເມືອງໜ້ອຍ ແຕ່ມາຮອດປະຈຸບັນຍັງຄົງຮັກສາບັນດາຈຸດວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງຊົນເຜົາຕົນ. ນັບແຕ່ຊຸດອາພອນປະຈຳເຜົ່າ, ສະຖາປັດຕະຍາກຳເຮືອນຢູ່, ຕະຫຼອດຮອດບັນດາຮີດຄອງປະເພນີໃນການແຕ່ງດອງ, ງານສົບ... ໃນລາຍການສີສັນ 54 ຊົນເຜົ່າມື້ນີ້, ເຊີນທ່ານຮັບຟັງບົດຂຽນຂອງ ວິ້ງຟອງ, ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ທີ່ມີຫົວຂໍ້ວ່າ: ຊາວເຜົ່າ ໂບ໋ອີ ຮັກສາສີສັນວັດທະນະທຳ.
ຊາວເຜົ່າ ໂບ໋ອີ ຢູ່ແຂວງ ຮ່າຢາງ
(ພາບ: ອິນເຕີແນດ)
ຊາວເຜົ່າ ໂບ໋ອີ ຢູ່ເຂດພູດອຍດຳລົງຊີວິດໃນເຮືອນຝາດິນທີ່ມີ 3 ຫ້ອງ. ໂຄງເຮືອນເຮັດດ້ວຍໄມ້ ຫຼືໄມ້ໄຜ່, ເຊິ່ງປະກອບດ້ວຍ 5 ເສົາ, ໃນນັ້ນມີເສົາຄຳ້ 2 ເສົາຕັ້ງຢູ່ໃຈກາງເຮືອນ, ຫຼັງຄາມຸງດ້ວຍຫຍ້າ ຫຼືດິນຂໍ. ເຮືອນມີປະຕູໃຫຍ່ເຂົ້າຫ້ອງໃຈກາງ, ແລະ ປະຕູນ້ອຍເຂົ້າເຮືອນຄົວ, ພ້ອມກັບ 2 ປ່ອງຢ້ຽມຢູ່ໜ້າເຮືອນ. ທ່ານ ຫງູເຂີຍເຟືອງ, ນັກຊ່ຽວຊານຄົ້ນຄ້ວາວັດທະນະທຳຂອງຊົນເຜົ່າ ໂບ໋ອີ, ໃຫ້ຮູ້ວ່າ:
“ເມື່ອປຸກສ້າງເຮືອນຕ້ອງປະຕິບັດຕາມຫຼັກການ, ລວງຍາວ, ລວງກວ້າງຂອງພື້ນເຮືອນ ແລະ ເສົາເຮືອນຕ້ອງເປັນຈຳນວນຄີກ. ເຮືອນມີ ສອງຊັ້ນ, ຊັ້ນພື້ນດິນ ແລະ ຊັ້ນລອຍ, ຊັ້ນພື້ນດິນເພື່ອເປັນບ່ອນຢູ່, ສ່ວນຊັ້ນລອຍໃຊ້ມ້ຽນທັນຍາຫານ“.
ສຳລັບຊາວເຜົ່າ ໂບ໋ອີ, ປະເພນີແຕ່ງດອງທີ່ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳພື້ນເມືອງຍັງຄົງໄດ້ຮັບການຮັກສາໄວ້ເຖິງປະຈຸບັນ. ກ່ອນນີ້ເຂົ້າເຈົ້າມີແຕ່ໄດ້ເອົາຜົວ, ເມຍເປັນຄົນຊົນເຜົ່າຂອງຕົນເທົ່ານັ້ນ, ແຕ່ປະຈຸບັນ, ບ່າວ, ສາວມີສິດເສລີໃນການຄັດເລືອກຜົວເມຍເປັນຄົນຊົນເຜົ່າອື່ນໆກໍ່ໄດ້. ພິທີງານດອງຂອງຊົນເຜົ່າ ໂບ໋ອີ ຖືກດຳເນີນເປັນ 3 ບາດກ້າວ. ທ່ານ ຫງູເຂີຍເຟືອງ, ໃຫ້ຮູ້ວ່າ:
“ທຳອິດແມ່ນພິທີສູ່ຂໍ. ຄອບຄົວຝ່າຍເຈົ້າບ່າວຈະຄັດເລືອກຜູ້ຍິງ 2 ຄົນທີ່ດຸໝັ່ນຂະຫຍັນພຽນ, ໄດ້ມີລູກ, ມີຫຼານ ໄປຄອບຄົວຝ່າຍເຈົ້າສາວເພື່ອສູ່ຂໍ, ຖ້າຄອບຄົວຝ່າຍເຈົ້າສາວເຫັນດີ. ຄອບຄົວຝ່າຍເຈົ້າບ່າວຈະແຕ່ງຕັ້ງພໍ່ສື່ສອງຄົນໄປປຶກສາກ່ຽວກັບເຄື່ອງດອງຂອງໝັ້ນໃຫ້ຄອບຄົວຝ່າຍເຈົ້າສາວ. ຫຼັງຈາກນັ້ນຄອບຄົວຝ່າຍເຈົ້າບ່າວຈະກະກຽມ ແລ້ວນຳເອົາເຄື່ອງດອງຂອງໝັ້ນມາມອບໃຫ້ຄອບຄົວຝ່າຍເຈົ້າສາວ ແລະ ຂໍວັນ, ເດືອນ, ປີເກີດຂອງເຈົ້າສາວມາເພື່ອຊອກມື້ຈັດງານດອງໃຫ້ສົມກັບອາຍຸ“.
ໃນງານດອງ, ເຈົ້າບ່າວຈະບໍ່ມີໜ້າໃນຄະນະໄປຕ້ອນຮັບເຈົ້າສາວ, ຫາກມີນາງສາວຜູ້ໜຶ່ງຂອງຄອບຄົວເຈົ້າບ່າວ ພ້ອມກັບມ້າໂຕງາມຈະໄປຕ້ອນຮັບເຈົ້າສາວມາຄອບຄົວຜົວ. ສຳລັບຊາວເຜົ່າ ໂບ໋ອີ ແລ້ວ, ບົດບາດຂອງພໍ່ສື່ໃນງານດອງແມ່ນສຳຄັນທີ່ສຸດ, ນັ້ນຕ້ອງແມ່ນຜູ້ມີອິດທິພົນຊື່ສຽງ, ເຂົ້າໃຈປະເພນີ ແລະ ປາກເວົ້າຜ່ານທຳນອງເພງໄດ້ດີ.
“ວັນແຕ່ງດອງ, ຄອບຄົວເຈົ້າບ່າວນຳເອົາເຄື່ອງດອງຂອງໝັ້ນ ພ້ອມກັບໝູໂຕໜຶ່ງມາຄອບຄົວເຈົ້າສາວເພື່ອຂ້າໝູຕ້ອນຮັບແຂກ. ເມື່ອມາຮອດຄອບຄົວເຈົ້າສາວແລ້ວ, ຈະເຫັນຕັ່ງໜ່ວຍໜຶ່ງໂດຍຄອບຄົວເຈົ້າສາວຕັ້ງຢູ່ປະຕູເຮືອນ, ຢູ່ເທິງວາງເຫຼົ້າ 4 ຖ້ວຍ… ເວລານັ້ນຄອບຄົວເຈົ້າສາວຢູ່ໃນເຮືອນຂັບຖາມອັນໃດ, ຄອບຄົວເຈົ້າບ່າວກໍ່ຕ້ອງຂັບຕອບອັນນັ້ນ, ຖ້າຕອບບໍ່ໄດ້ຕ້ອງດື່ມເຫຼົ້າໃຫ້ໝົດ 4 ຖ້ວຍຈຶ່ງໄດ້ເຂົ້າເຮືອນ.“
ຊຸດອາພອນປະຈຳເຜົ່າຂອງຊົນເຜົ່າ ໂບ໋ອີ ກໍ່ມີສີສັນສະເພາະ. ຜູ້ຊາຍເຄີຍນຸ່ງເສື້ອສັ້ນປະກອບດ້ວຍ 4 ປ່ຽງ, ໂສ້ງຍ້ອມສີຄາມດ້ວຍແພພື້ນເມືອງ. ສ່ວນແມ່ຍິງຊາວເຜົ່າ ໂບ໋ອີ ມີຜົມຍາວ, ຖັກຜົມແລ້ວພັນອ້ອມຫົວ, ຫຼືໃສ່ຜ້າບ່ຽງປະດັບປະດາລວດລາຍເທິງຫົວ. ແມ່ຍິງນຸ່ງເສື້ອສັ້ນທີ່ມີ 5 ປ່ຽວ, ແຍກອອກຢູ່ຂີ້ແຮ້ເບື້ອງຂວາ, ຄໍເສື້ອ, ແຂນເສື້ອ, ບ່ອນໃສ່ກະດູມຖືກປະດັບປະດາລວດລາຍດ້ວຍສີຫຼາກຫຼາຍ, ພ້ອມກັບເສື້ອແມ່ນອ້ຽມສີດຳເທິງພື້ນສີຂຽວຍາວຮອດແອວ. ໜ້າເອິກປະດັບດ້ວຍ 5 ສີ. ແມ່ຍິງຊາວເຜົ່າ ໂບ໋ອີ ມັກໃສ່ເຄື່ອງສຳອາງຫຼາຍຢ່າງເຊັ່ນ, ສາຍຄໍ, ປອກຄໍ, ປອກແຂນ. ເອື້ອຍ ຈູທິຢຸງ, ຊາວເຜົ່າ ໂບ໋ອີ, ໃຫ້ຮູ້ວ່າ: ໃນແຂນເສື້ອຂອງແມ່ຍິງ ໂບ໋ອີ ຍາມໃດກໍ່ມີຮູບກອງທອງຂອງຊາດຫວຽດນາມ ຖືກພິມຕາມວິທີພື້ນເມືອງ, ດັ່ງນັ້ນບໍ່ສາມາດຕົກສີໄດ້.
“ຮູບກອງທອງຖືກພິນໃສ່ເສື້ອໃຫ້ແໜ້ນເພື່ອບໍ່ໃຫ້ຕົກສີ. ສ່ວນສິ້ນແມ່ນຕຳ່ຫູກລວດລາຍໃສ່. ຊຸດໂສ້ງເສື້ອປະຈຳເຜົ່າ ເຄີຍນຸ່ງໃນງານດອງ, ງານສົບແມ່ນລະອຽດລະອໍທີ່ສຸດ. ດັ່ງນັ້ນເພື່ອຫຍິບໂສ້ງເສື້ອປະຈຳເຜົ່າຊຸດໜຶ່ງ ໃຫ້ໄດ້, ແມ່ນຕ້ອງເສຍເວລາເຖິງ 1 ປີຈຶ່ງສຳເລັດ“.
ເພື່ອຮັກສາສີສັນສະເພາະຂອງຊົນເຜົ່າ ໂບ໋ອີ, ແຂວງ ຮ່າຢາງ ໄດ້ມີບັນດາແຜນຮ່າງຄົ້ນຄ້ວາ, ຮຽບຮຽງກ່ຽວກັບວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າ ໂບ໋ອີ. ພ້ອມນັ້ນ, ບັນດາຜູ້ອາຍຸສູງຊົນເຜົ່າ ໂບ໋ອີ ກໍ່ເປີດຊຸກຮຽນສຶກສາມູນເຊື້ອ, ວັດທະນະທຳອັນດີງາມຂອງຊົນເຜົ່າຕົນ ໃຫ້ລຸ້ນໜຸ່ມອີກ. ນີ້ຈະແມ່ນລຸ້ນຄົນທີ່ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊົນເຜົ່າ ໂບ໋ອີ ໃນອະນາຄົດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ