ເລື່ອງສອນດົນຕີປະສານສຽງໃຫ້ແກ່ເດັກນ້ອຍ ຫວຽດນາມ ໄດ້ຮັບການຈັດຕັ້ງຢູ່ບັນດາສູນສິລະປະ ແລະ ໂຮງຮຽນນັ້ນ ໄດ້ປະກອບສ່ວນນຳດົນຕີປະສານສຽງ ຫວຽດນາມ ເຊື່ອມໂຍງເຂົ້າກັບໂລກ.
(ພາບປະກອບ) |
ນັ້ນແມ່ນສຽງດົນຕີຈາກຫ້ອງຮຽນດົນຕີປະສານສຽງຢູ່ສູນສິລະປະ Solart, ໃນເມືອງ ບາດິ່ງ, ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນສອງຫ້ອງຮຽນດົນຕີປະສານສຽງຂອງ ສູນສິລະປະ Solart ຢູ່ ຮ່າໂນ້ຍ. ກ່ຽວກັບການເຄື່ອນໄຫວໃນຊົ່ວໂມງຮຽນ. ເອື້ອຍຄູ ຟ້າມຢາງເຮືອງ, ໃຫ້ຮູ້ວ່າ:
“ທຳອິດແມ່ນມີການລະຫຼິ້ນທີ່ກ່ຽວຂ້ອງເຖິງດົນຕີ, ຫຼັງຈາກນັ້ນແມ່ນໃຫ້ພວກນ້ອງແອບສຽງການຮ້ອງເພງ, ອ່ານຈັງຫວະດົນຕີ ແລະ ແອບຮ້ອງເພງພ້ອມກັບດົນຕີປະສານສຽງ. ຫຼືອາດສາມາດຝຶກແອບບົດເພງໃດໜຶ່ງ. ໃນສັບປະດາລະຮຽນສອງວັນ, ແມ່ນໃນວັນອັງຄານ ແລະ ວັນພະຫັດ. ອາຍຸຮຽນແມ່ນເລີ່ມແຕ່ 5 ປີຂຶ້ນໄປ. ພວກຫຼານໄດ້ຮັບການຮຳ່ຮຽນໃນເງື່ອນໄຂສະດວກທີ່ສຸດ. ສິ່ງດັ່ງກ່າວໄດ້ສ້າງຄວາມເຊື່ອໝັ້ນໃຫ້ແກ່ພວກຫຼານກວ່າ“.
ໃນເວລາພຽງໜຶ່ງກວ່າຊົ່ວໂມງເທົ່ານັ້ນ, ແຕ່ພວກຫຼານໄດ້ມີການເຄື່ອນໄວຫຼາຍຢ່າງຕາມຄວາມຮຽກຮ້ອງຂອງຄູອາຈານ, ແຕ່ເບິ່ງຄືວ່າພວກຫຼານກໍ່ບໍ່ຮູ້ອິດເມື່ອນ, ບໍ່ຮູ້ເບື່ອໜ່າຍເທື່ອ.
ໃນຫ້ອງຮຽນອື່ນຂອງ ສູນສິລະປະ Solart, ມີພໍ່ແມ່ນັກຮຽນຫຼາຍຄົນພວມລໍຖ້າຮັບລູກພາຍຫຼັງຊົ່ວໂມງຮຽນ. ເອື້ອຍ ເລທິມິງຄາຍ, ແມ່ຂອງຫຼານ ມິງເຈົາ, ໃຫ້ຮູ້ວ່າ:
“ກ່ອນນີ້, ຄອບຄົວຂ້າພະເຈົ້າໄດ້ພາລູກໄປຮຽນຢູ່ສະໂມສອນອື່ນໆ. ແຕ່ເມື່ອຮູ້ວ່າ ສູນສິລະປະ Solart ໄດ້ຮັບການສ້າງຕັ້ງຂຶ້ນ, ພວກຂ້າພະເຈົ້າກໍ່ຊອກຮູ້ ແລະ ພາລູກມາຮຽນນັບແຕ່ຊຸມມື້ທຳອິດຢູ່ທີ່ນີ້. ປັດຈຸບັນ, ລູກຂອງຂ້າພະເຈົ້າໄດ້ເຂົ້າຮ່ວມການຮຽນສິລະປະທຸກວິຊາຢູ່ທີ່ນີ້. ພາຍຫຼັງເຂົ້າຮ່ວມ Solart ຫຼານສາມາດຟ້ອນ, ດົນຕີ, ແລະ ຂັບຮ້ອງໄດ້ດີກວ່າ, ທັງມີຄວາມເຊື່ອໝັ້ນຕົນເອງກວ່າ“.
ຢູ່ ຮ່າໂນ້ຍ, ເລື່ອງກໍ່ສ້າງດົນຕີປະສານສຽງວິທະຍາ ຖືກຈັດຕັ້ງຢູ່ວິທະຍາຄານດົນຕີແຫ່ງຊາດ ຫວຽດນາມ ແລະ ໂຮງຮຽນສິລະປະບາງແຫ່ງ. ດົນຕີປະສານສຽງເດັກນ້ອຍພຽງແຕ່ມີຢູ່ສູນສິລະປະ Solart ແລະ ໃນລະບົບໂຮງຮຽນປະຖົມ Vinschool. ທ່ານນາງ ໂດ້ທິທູຮ່ວຽນ, ຮອງຫົວໜ້າອຳນວຍການໂຮງຮຽນ Vinschool, ໃຫ້ຮູ້ວ່າ:
“ດົນຕີປະສານສຽງແມ່ນຮູບການດົນຕີຍາກສຳລັບນັກຮຽນປະຖົມ. ແຕ່ Vinschool ພັດສອນວິຊານີ້ຍ້ອນມີພື້ນຖານດ້ານວັດຖຸຢ່າງພຽງພໍສາມາດຕອບສະໜອງຄວາມຕ້ອງການຮຳ່ຮຽນສິລະປະຂອງພວກຫຼານໄດ້. ຄຽງຂ້າງນັ້ນ, ພວກເຮົາຍັງມີຖັນແຖວຄູອາຈານທີ່ມີຄວາມສຸດຈິດສຸດໃຈ, ມີບົດຮຽນ ແລະ ມີຄວາມຮັກຕໍ່ຮູບແບບດົນຕີປະສານສຽງ. ຜ່ານນັ້ນພວກຂ້າພະເຈົ້າກໍ່ຫຼໍ່ຫຼອມໃຫ້ພວກຫຼານກ່ຽວກັບທັກສະ, ຄວາມສາມາດ, ຄວາມເຄົາລົບກົດລະບຽບວິໃນ ແລະ ການຮ່ວມມື“.
ເລື່ອງສິດສອນດົນຕີປະສານສຽງໃນລາຍການຮຳ່ຮຽນທາງການຂອງພວກນ້ອງນັກຮຽນຢູ່ Vinschool ໄດ້ສ້າງປະສິດທິຜົນອັນແທດຈິງໃນການສຶກສາດ້ານຈິດວີນຍານໃຫ້ແກ່ເດັກນ້ອຍ. ທ່ານນາງ ໂດ້ທິທູຮ່ວຽນ, ໃຫ້ຮູ້ຕື່ມອີກວ່າ:
“ກ່ອນອື່ນໝົດພວກຫຼານຈະຮັບຮູ້ ແລະ ເຫັນໄດ້ຄວາມງາມຂອງດົນຕີປະສານສຽງ. ນອກນັ້ນ, ພວກຫຼານກໍ່ມີໂອກາດສຳຜັດກັບດົນຕີ ກໍ່ຄືບັນດານັກສິລະປິນແຖວໜ້າຂອງໂລກ, ໄດ້ພົບປະກັບເພື່ອນມິດສາກົນ ແລະ ໄດ້ໄປຫຼາຍເຂດພາກຂອງປະເທດ. ຜ່ານການເຄື່ອນໄຫວຄືດັ່ງກ່າວ, ພວກຫຼານຈະໄດ້ຮຽນວັດທະນະທຳທີ່ເປັນເອກະລັກສະເພາະຂອງດົນຕີປະສານສຽງຕື່ມອີກ“.
ປັດຈຸບັນ, ບັນດານັກຮ້ອງໃນວົງດົນຕີປະສານສຽງຂອງລະບົບການສຶກສາ Vinschool ແລະ ສູນສິລະປະ Solart ແມ່ນບັນດາປັດໃຈຕັ້ງໜ້າໃນວົງດົນຕີປະສານສຽງຂອງ ຫວຽດນາມ ທີ່ເຂົ້າຮ່ວມງານປະກວດດົນຕີປະສານສຽງແຫ່ງຊາດ, ສາກົນ ແລະ ລາຍການສະແດງຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ. ຈາກບັນດາຫ້ອງຮຽນນ້ອຍໆຢູ່ Solart ແລະ Vinschool, ບັນດາຄູອາຈານ ໄດ້ ແລະ ພວມສ້າງບັນດາວົງດົນຕີປະສານສຽງປະຊາຄົມ, ເປັນແກ່ນສານເພື່ອພັດທະນາສິລະປະດົນຕີປະສານສຽງ ຫວຽດນາມ ໃຫ້ເທົ່າທຽມກັບລະດັບສາກົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
