(VOVWORLD) - ທ່ານຜູ້ຟັງທີ່ເຄົາລົບ, ໃນຊຸມວັນນີ້, ບັນດານັກການທູດ, ວົງການນັກຮຽນຮູ້, ນັກຄົ້ນຄ້ວາຢູ່ສອງປະເທດບ້ານໃກ້ເຮືອນຄຽງອ້າຍນ້ອງ ລາວ ແລະ ກຳປູເຈຍ ລ້ວນແຕ່ມຸ່ງໄປເຖິງ ຮ່າໂນ້ຍ, ເຊິ່ງແມ່ນສະຖານທີ່ພວມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ບົນສາຍພົວພັນອັນສະໜິດຕິດພັນທີ່ເປັນມູນເຊື້ອລະຫວ່າງພັກກອມມູນິດ ຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ, ເຊິ່ງແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ນ້ຳໃຈມິດຕະພາບອັນສະໜິດແໜ້ນ, ການຮ່ວມມືຮອບດ້ານລະຫວ່າງສາມປະເທດ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ຮັບຄວາມຫວັງວ່າຈະສືບຕໍ່ຢັ້ງຢືນບົດບາດນຳພາຂອງພັກກອມມູນິດ ຫວຽດນາມ ນຳປະເທດຊາດ ພັດທະນາຢ່າງກະໂດດຂັ້ນໃນສັງກາດໃໝ່. ພ້ອມກັນນັ້ນ ກໍ່ເປີດໂອກາດຮ່ວມມືລະຫວ່າງສາມພັກ, ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຢ່າງເລິກເຊິ່ງກວ້າງຂວາງກວ່າອີກ ເພື່ອຜົນປະໂຫຍດອັນຍາວນານຂອງປະຊາຊົນສາມປະເທດ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ.
ນັ້ນແມ່ນຄຳແບ່ງປັນຂອງ ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກັບນັກຂ່າວຂອງວິທະຍຸກະຈາຍສຽງ ຫວຽດນາມ ກ່ອນເວລາຈັດກອງປະຊຸມໃຫຍ່. ທ່ານນາງຖືວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຍິ່ງມີຄວາມໝາຍກ່ວາເວລາໃດໝົດເມື່ອດຳເນີນໃນສະພາບການພາກພື້ນ, ໂລກ ມີຫຼາຍການຜັນແປຢ່າງວ່ອງໄວ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ຫວຽດນາມ ປະຕິບັດສຳເລັດ 40 ປີແຫ່ງການປ່ຽນແປງໃໝ່ດ້ວຍຜົນສຳເລັດທີ່ໜ້າປະທັບໃຈ, ມຸ່ງໄປເຖິງການສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ, 100 ປີແຫ່ງການສາຖະປະນາປະເທດ ສັງຄົມນິຍົມ ຫວຽດນາມ. ກອງປະຊຸມໃຫຍ່ໄດ້ຮັບຄວາມຫວັງວ່າຈະເປັນເຫດການ “ບານພັບ” ເພື່ອວາງແຜນການກຳນົດນະໂຍບາຍ, ຮູບແບບການເຕີບໂຕຄືນໃໝ່ ແລະ ສຸມແຫຼ່ງກຳລັງເພື່ອປະຕິບັດເປົ້າໝາຍ, ວິໄສທັດປີ 2030 ແລະ 2045.
ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ |
ໂດຍເຫັນດີຕໍ່ທັດສະນະຂອງເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ, ທ່ານປ.ອ Kin Phea, ຜູ້ອຳນວຍການສະຖາບັນການພົວພັນຕ່າງປະເທດສາກົນ, ສະຖາບັນບັນດິດ ພະບໍລົມວົງສານຸວົງ ກຳປູເຈຍ, ນັກຄົ້ນຄ້ວາກ່ຽວກັບ ຫວຽດນາມ ມາເປັນເວລາຫຼາຍປີ ກໍ່ຖືວ່າ ພັກກອມມູນິດ ຫວຽດນາມ ໄດ້ສວມບົດບາດນຳພາຢ່າງເຂັ້ມແຂງ ແລະ ບໍ່ອາດຂາດໄດ້ໃນການກຳນົດພາລະກຳຂອງຊາດ. ໂດຍສືບທອດບັນດາໝາກຜົນດັ່ງກ່າວ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈະແມ່ນປະຖົມປັດໄຈເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດພັດທະນາໃໝ່.
“ສັງກາດນີ້ ໄດ້ນຳພາດ້ວຍສອງເປົ້າໝາຍໃຫຍ່: ຮອດປີ 2030, ນຳ ຫວຽດນາມ ກາຍເປັນປະເທດມີລາຍຮັບປານກາງສູງດ້ວຍວິທີຊຸກຍູ້ການເຕີບໂຕເສດຖະກິດແບບຍືນຍົງ ບົນການຫັນເປັນດີຈີຕອນ, ນະວັດຕະກຳ ແລະ ພື້ນຖານໂຄງລ່າງຍຸດທະສາດ, ນຳເສດຖະກິດ ຫວຽດນາມ ເຂົ້າໃນ top 30 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ. ນີ້ແມ່ນປະຖົມປັດໄຈ ແລະ ພື້ນຖານອັນໝັ້ນແກ່ນເພື່ອມຸ່ງໄປເຖິງເປົ້າໝາຍຍຸດທະສາດທີສອງ, ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045.”
ໃນສະພາບການພາກພື້ນ ແລະ ໂລກມີການຜັນແປຫຼາຍຢ່າງ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ພັກກອມມູນິດ ຫວຽດນາມ ໄດ້ມີການນຳພາທີ່ມີໄຫວພິບ ແລະ ສະຫຼາດສ່ອງໃສທີ່ສຸດ, ພິເສດໃນວຽກງານການຕ່າງປະເທດ, ການປ້ອງກັນຊາດ, ການປ້ອງກັນຄວາມສະຫງົບ. ສິ່ງພິເສດ, ຢູ່ໃນຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ຍົກລະດັບວຽກງານການຕ່າງປະເທດກາຍເປັນໜ້າທີ່ຈຸດສຸມ ແລະ ເປັນປະຈຳ, ທຽບເທົ່າກັບວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບພາຍໃນປະເທດ. ທ່ານນາງ ຄຳເພົາ ເອີນທະວັນ ຖືວ່າ ນີ້ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນເພື່ອຮັກສາສະຖຽນລະພາບ ແລະ ສ້າງເປັນກຳລັງແຮງຂອງປະເທດຊາດ.
ທ່ານປ.ອ Kin Phea, ຜູ້ອຳນວຍການສະຖາບັນການພົວພັນຕ່າງປະເທດສາກົນ, ສະຖາບັນບັນດິດ ພະບໍລົມວົງສານຸວົງ ກຳປູເຈຍ |
ທ່ານ ປ.ອ Kin Phea ໃຫ້ຂໍ້ສັງເກດວ່າ ການພົວພັນພັກກັບຕ່າງປະເທດຈະສືບຕໍ່ສວມບົດບາດກຳນົດທິດຍຸດທະສາດ, ສ້າງໂອກາດໃໝ່ໃຫ້ແກ່ການພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ຫວຽດນາມ - ກຳປູເຈຍ:
“ການພົວພັນທີ່ເປັນມູນເຊື້ອອັນຍາວນານລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນກຳປູເຈຍ ສືບຕໍ່ສວມບົດບາດສຳຄັນຄື “ສະໝໍການເມືອງ” ອັນໝັ້ນແກ່ນທີ່ສຸດໃຫ້ແກ່ການພົວພັນສອງຝ່າຍ. ເມື່ອຫວຽດນາມ ເພີ່ມທະວີການຄຸ້ມຄອງຢ່າງມີປະສິດທິຜົນ ແລະ ກຳລັງແຮງດ້ານລະບອບລະບຽບການ, ຄວາມສາມາດບົ່ມຊ້ອນຂອງພວກເພື່ອນຈະນັບມື້ນັບຍິ່ງໃຫຍ່ກວ່າດ້ວຍຖານະບົດບາດເປັນຄູ່ຮ່ວມມືຍຸດທະສາດທີ່ໄວ້ເນື້ອເຊື່ອໃຈຂອງ ກຳປູເຈຍ, ທັງກ່ຽວກັບເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່ ແລະ ຄວາມໝັ້ນຄົງເຂດຊາຍແດນ.”
ທ່ານ ປ.ອ Thong Mengdavid ສັງກັດສະຖາບັນຄົ້ນຄ້ວາສາກົນ ແລະ ນະໂຍບາຍສາທາລະນະ, ມະຫາວິທະຍາໄລ ພະບໍລົມວົງສານຸວົງ ພະນົມເປັນ |
ໂດຍເຫັນດີຕໍ່ທັດສະນະດັ່ງກ່າວ, ທ່ານ ປ.ອ Thong Mengdavid ສັງກັດສະຖາບັນຄົ້ນຄ້ວາສາກົນ ແລະ ນະໂຍບາຍສາທາລະນະ, ມະຫາວິທະຍາໄລ ພະບໍລົມວົງສານຸວົງ ພະນົມເປັນ ໃຫ້ຂໍ້ສັງເກດວ່າ ຮູບແບບການພັວພັນກັບຕ່າງປະເທດຂອງ ຫວຽດນາມໄດ້ກາຍເປັນແບບຢ່າງເພື່ອໃຫ້ບັນດາພັກກຳອຳນາດໃນພາກພື້ນ, ລວມມີທັງພັກປະຊາຊົນ ກຳປູເຈຍ (CPP), ອາດສາມາດທາບທາມ. ທ່ານ ປ.ອ Thong Mengdavid ມີຄວາມຫວັງວ່າ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV, ການຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນ ກຳປູເຈຍ ຈະຊຸກຍູ້ 4 ການກຳນົດທິດໃຫຍ່:
ທີໜຶ່ງ ແມ່ນພັດທະນາກຳລັງຄວາມສາມາດນຳພາຂອງຖັນແຖວຜູ້ສືບທອດລຸ້ນຕໍ່ໄປ ຜ່ານການແລກປ່ຽນບັນດາການຢ້ຽມຢາມທາງການ, ກອງປະຊຸມສຳມະນານະໂຍບາຍເພື່ອແນໃສ່ຮັບປະກັນຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ປັບປຸງພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ໃນອະນາຄົດ, ພາຍໃຕ້ການຊີ້ນຳຂອງບັນດາການນຳລຸ້ນກ່ອນ. ທີສອງ, ຊຸກຍູ້ການຮ່ວມມືດ້ານເສດຖະກິດກຳນົດທິດອະນາຄົດ, ສຸມໃສ່ບັນດາຂົງເຂດດີຈີຕອນ, ພະລັງງານສີຂຽວ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການສຶກສາ… ທີສາມ, ເພີ່ມທະວີການປະສານສົມທົບດ້ານການເມືອງແບບຍືນຍົງຢູ່ທຸກຂັ້ນຂອງພັກ ໃນການແກ້ໄຂບັນດາສິ່ງທ້າທາຍຂ້າມຊາຍແດນ, ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ. ແລະສຸດທ້າຍ, ເຮັດໃຫ້ການທູດປະຊາຊົນ, ການແລກປ່ຽນລະຫວ່າງນັກສຶກສາ, ນັກຄົ້ນຄວ້າ, ນັກຂ່າວ ແລະ ນັກທຸລະກິດເລິກເຊິ່ງກວ່າອີກ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈທາງສັງຄົມທີ່ຍາວນານ ກໍ່ຄືຊຸກຍູ້ຄວາມເຂົ້າໃຈເຊິ່ງກັນແລະກັນ.
ກອງປະຊຸມໃຫຍ່ຄັ້ງທີ XIV ບໍ່ພຽງແຕ່ແມ່ນວັນບຸນໃຫຍ່ຂອງພັກ ແລະ ປະຊາຊົນ ຫວຽດນາມເທົ່ານັ້ນ ຫາກຍັງແມ່ນແຫຼ່ງບັນດານໃຈຢ່າງແຮງ, ປັບປຸງຄວາມເຊື່ອໝັ້ນ ຕໍ່ຫວຽດນາມ ແຫ່ງສະຖຽນລະພາບ, ຈະເລີນຮຸ່ງເຮືອງ, ເສົາຄ້ຳໃຫ້ສັນຕິພາບ ແລະ ການພັດທະນາໃນພາກພື້ນ. ດ້ວຍນ້ຳໃຈມິດຕະພາບອັນສະໜິດແໜ້ນ ລະຫວ່າງສາມພັກ, ສາມຊາດ ພ້ອມກັນແມ່ນຳຂອງສາຍດຽວກັນ, ບັນດາຄາດຫວັງຈາກລາວ ແລະ ກຳປູເຈຍ ຈະສືບຕໍ່ໄດ້ປະຕິບັດໃຫ້ປະກົດຜົນເປັນຈິງ ເພື່ອໃຫ້ສາມປະເທດພ້ອມກັນສ້າງບັນດາໃບໜ້າປະຫວັດສາດໃໝ່ທີ່ສວຍງາມຂອງນ້ຳໃຈສາມັກຄີ.