10 ປະເທດສະມາຊິກ ອາຊຽນ ຮັບຮອງເອົາສົນທິສັນຍາຕ້ານກໍ່ການຮ້າຍ

 (vovworld) - ວັນ​ທີ 22/1, ຄະນະ​ເລຂາ ອາ​ຊຽນ ​ໄດ້​ອອກ​ຖະ​ແຫລ​ງການ​ໃຫ້​ຮູ້​ວ່າ: 10 ປະ​ເທ​ດສະມາຊິກ ອາ​ຊຽນ ທັງ​ໝົດ​ໄດ້​ພ້ອມ​ກັນ​ລົງ​ນາມ​ໃນ​ສົນທິສັນຍາ ອາ​ຊຽນ ກ່ຽວ​ກັບ​ການ​ຕ້ານ​ກໍ່​ການ​ຮ້າຍ (ACCT)​. ສົນທິສັນຍາ​ສະບັບ​ດັ່ງກ່າວ​ໂດຍ​ບັນດາ​ການ​ນຳ ອາ​ຊຽນ ​ລົງ​ນາມ​​ເມື່ອ​ປີ 2007 ​ແລະ ​ໄດ້​ຮັບ​ຖື​ວ່າ​ ແມ່ນ​ສັນຍາ​ແມ່​ໃຫ້​ແກ່​ການ​ຮ່ວມ​ມື​​ພາກ​ພື້ນ​ໃນ​ການ​ປ້ອງ​ກັນ, ຕ້ານ, ສະກັດ​ກັ້ນ ​ແລະ ລົບ​ລ້າງ​ກໍ່​ການ​ຮ້າຍ. ສົນທິສັນຍາ​ກໍ​​ເປັນ​ການ​ຊ່ວຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕ້ານ​ກໍ່​ການ​ຮ້າຍ​ໃນ​ພາກ​ພື້ນ ​ແລະ ​ເຮັດ​ໃຫ້​ບົດບາດ​ຍຸດ​ທະ​ສາດ​ຂອງ ອາ​ຊຽນ ​ໃນ​ການ​ຕໍ່ສູ້​ຕ້ານ​ກໍ່​ການ​ຮ້າຍ​ໃນ​ທົ່ວ​ໂລກ ​ສູງ​ກວ່າ. ຕາມ​ການ​ກຳນົດ​​ແລ້ວ,​ ສົນທິສັນຍາ​ສະບັບ​ດັ່ງກ່າວ​ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງການ​ນັບ​ແຕ່​ວັນ​ທີ 27/5/2011 ​ເປັນ​ຕົ້ນ​ໄປ, ພາຍຫລັງ 30 ມື້​ທີ່ 6 ປະ​ເທດ​ໃນ​ຈຳນວນ 10 ປະ​ເທດ​ສະມາຊິກ ອາ​ຊຽນ ​ລົງ​ລາຍ​ເຊັນ​ຮັບຮອ​ງ​ເອົາ ​ແລະ ຍື່ນ​ສະ​ເຫ​ນີຕໍ່​ຄະນະ​ເລຂາ​ ອາ​ຊຽນ. ດ້ວຍ​ເລື່ອງ 10 ປະ​ເທດ​ສະມາຊິກ ອາ​ຊຽນ ທັງ​ໝົດ ຮັບຮ​ອ​ງ​ເອົາ ສົນທິສັນຍາ ສະບັບ​ດັ່ງກ່າວ, ອາ​ຊຽນ ມີ​ບາດກ້າວ​ຫນຶ່ງ​ທີ່ສຳຄັນ​ໃນ​ຄວາ​ມານະ​ພະຍາຍາມ​ສ້າງ​ຕັ້ງ​ປະຊາ​ຄົມ ດ້ານການ​ເມືອງ, ຄວາມ​ໝັ້ນຄົງ ​ເພື່ອ​ນຳ ອາ​ຊຽນ ​ໃຫ້ນັບ​ມື້​ນັບ​ກາຍ​ເປັນ​ພາກ​ພື້ນ​ໝັ້ນຄົງ ​ແລະ ປອດ​ໄພ​​​ແກ່​ບັນດາ​ລັດຖະບານກໍ​ຄື​ປະຊາຊົນ​ແຕ່ລະຄົນ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ