10 ປະເທດເຂົ້າຮ່ວມງານມະໂຫລານຮູບເງົາເອກະສານເອີລົບ-ຫວຽດນາມ

(VOVWORLD) -ງານມະໂຫລານຮູບເງົາເອກະສານເອີລົບ-ຫວຽດນາມ ຄັ້ງທີ 8 ຖືກດຳເນີນຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ໃນລະຫວ່າງວັນທີ 09 – 18 ມິຖຸນາ, ດ້ວຍການເຂົ້າຮ່ວມຂອງ 10 ປະເທດໃນນັ້ນມີ: ໂອຕາລິດ, ອັງກິດ, ເຢຍລະມັນ, ແດນມາກ, ຝລັ່ງ, ແອດສະປາຍ…

10 ປະເທດເຂົ້າຮ່ວມງານມະໂຫລານຮູບເງົາເອກະສານເອີລົບ-ຫວຽດນາມ - ảnh 1 10 ປະເທດເຂົ້າຮ່ວມງານມະໂຫລານຮູບເງົາເອກະສານເອີລົບ-ຫວຽດນາມ(ພາບ:hoinhabaovietnam.vn)

ຄະນະຈັດຕັ້ງງການຄັດເລືອກຮູບເງົາເອກະສານ 30 ເລື່ອງເພື່ອແນະນຳເຖິງຜູ້ຊົມຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ. ຈຸດໃໝ່ຂອງງານມະໂຫລານຮູບເງົາເອກະສານປີນີ້ ແມ່ນການເປີດກວ້າງຫົວເລື່ອງ ແລະ ຈຳນວນຮູບເງົາ, ນັບທັງຮູບເງົາຫວຽດນາມ ແລະ ເອີລົບ ຄືບັນດາຫົວເລື່ອງກ່ຽວກັບວັດທະນະທຳ, ທຳມະຊາດ ສິ່ງແວດລ້ອມ, ອາລົມຈິດຄອບຄົວ… ນັກສິລະປິນປະຊາຊົນ ຫງວຽນຍືຫວູ້, ຮັກສາການຫົວໜ້າສຳນັກຮູບເງົາເອກະສານ ແລະ ວິທະຍາສາດສູນກາງ, ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງ 7 ຄັ້ງ, ງານມະໂຫລານຮູບເງົາເອກະສານເອີລົບ - ຫວຽດນາມ ແມ່ນຈຸດນັດພົບເພື່ອໃຫ້ຜູ້ຊົມຄົ້ນຫາຊີວິດ, ວັດທະນະທຳ ແລະ ການສັງເກດຂອງຫວຽດນາມ ແລະ ໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ