10 ເຫດການວິທະຍາສາດແລະເຕັກໂນໂລຊີພົ້ນເດັ່ນຂອງຫວຽດນາມໃນປີ 2018

(VOVWORLD) -ວັນທີ 25 ທັນວາ, ຢູ່ຮ່າໂນ້ຍ, ສະໂມສອນບັນດານັກຂ່າວວິທະຍາສາດ ແລະ ເຕັກໂນໂລຊີ, ສັງກັດສະມາຄົມນັກຂ່າວຫວຽດນາມ ໄດ້ສົມທົບກັບຖາບັນບັນດິດວິທະຍາສາດ - ເຕັກໂນໂລຊີຫວຽດນາມ ປະກາດ 10 ເຫດການວິທະຍາສາດ - ເຕັກໂນໂລຊີຫວຽດນາມ ທີ່ພົ້ນເດັ່ນໃນປີ 2018.

10 ເຫດການວິທະຍາສາດແລະເຕັກໂນໂລຊີພົ້ນເດັ່ນຂອງຫວຽດນາມໃນປີ 2018 - ảnh 110 ເຫດການວິທະຍາສາດແລະເຕັກໂນໂລຊີພົ້ນເດັ່ນຂອງຫວຽດນາມໃນປີ 2018

(ພາບປະກອບ: sggp.org.vn)

ໃນນັ້ນອາດຕ້ອງເວົ້າເຖິງຄື: ສາດສະດາຈານ ດ່າມແທງເຊີນ ໄດ້ຮັບລາງວັນ Dirac 2018; ບັນດານັກວິທະຍາສາດຫວຽດນາມ ຜະລິດໃບໄມ້ທຽມສຳເລັດ; ເຄື່ອງຈັກເຮັດນ້ຳກ້ອນຫິມະຈາກນ້ຳທະເລ… ໄດ້ຊີ້ໃຫ້ເຫັນບາດກ້າວກະໂດດຂັ້ນຂອງຖັນແຖວບັນດາຜູ້ເຮັດວຽກງານຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດ - ເຕັກໂນໂລຊີ, ສຳພັດກັບທ່າອ່ຽງເຕັກໂນໂລຊີໃໝ່ໃນໂລກ.

        ກຸ່ມເຫດການເວທີປາໄສຂັ້ນສູງ ແລະ ງານວາງສະແດງສາກົນກ່ຽວກັບອຸດສາຫະກຳ 4.0 ແລະ ກອງປະຊຸມເວທີປາໄສໂລກກ່ຽວກັບອາຊຽນ ປີ 2018 ໄດ້ສະແດງໃຫ້ເຫັນແຈ້ງຜົນສຳເລັດໃນການເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ.

ຕອບກັບ

ຂ່າວ/ບົດ​ອື່ນ