19 ໂມງຂອງວັນທີ 06 ພຶດສະພາ, ທິມບານເຕະ ຫວຽດນາມ U23 ຈະເລີ່ມແຂ່ງຂັນກັບທິມ U23 ອິນໂດເນເຊຍ

(VOVWORLD) -ໃນສາຍ A ປະເພດກິລາບານເຕະຊາຍ Sea Games 31, ທິມບານເຕະ U23 ອິນໂດເນເຊຍ ແລະ U23 ຫວຽດນາມ ໄດ້ຕີລາຄາວ່າ ຈະໄດ້ເຂົ້າຮອບຮອງຊະນະເລີດ.
19 ໂມງຂອງວັນທີ 06 ພຶດສະພາ, ທິມບານເຕະ ຫວຽດນາມ U23 ຈະເລີ່ມແຂ່ງຂັນກັບທິມ U23 ອິນໂດເນເຊຍ - ảnh 1ທິມບານເຕະ U23 ອິນໂດເນເຊຍ
(ພາບ: TTXVN)

ນັດແຂ່ງຂັນລະຫວ່າງທິມບານເຕະ ຫວຽດນາມ U23 ກັບທິມບານເຕະ U23 ອິນໂດເນເຊຍ ດຳເນີນໃນເວລາ 19 ໂມງຂອງວັນທີ 06 ມື້ນີ້, ຢູ່ສະໜາມກິລານະຄອນ ຫວຽດຈີ, ແຂວງ ຝູເທາະ. ນັດແຂ່ງຂັນໄດ້ຖ່າຍຖອດສົດໃນຊ່ອງ VTV5, VTV6 (ຊ່ອງໂທລະພາບ ຫວຽດນາມ) ແລະ ເຊື່ອມຕໍ່ທາງຄື້ນວິທະຍຸກະຈາຍສຽງ, ໂທລະພາບຂອງຫຼາຍແຂວງ, ນະຄອນ ເພື່ອຮັບໃຊ້ໃຫ້ແຟນບານ.

        ໃນສາຍ A ປະເພດກິລາບານເຕະຊາຍ Sea Games 31, ທິມບານເຕະ U23 ອິນໂດເນເຊຍ ແລະ U23 ຫວຽດນາມ ໄດ້ຕີລາຄາວ່າ ຈະໄດ້ເຂົ້າຮອບຮອງຊະນະເລີດ. ຍ້ອນເຫດນັ້ນ, ນັດແຂ່ງຂັນເປີດສາກລະຫວ່າງ 2 ທິມນີ້ໄດ້ຮັບຖືວ່າແມ່ນ “ຮອບຊິງຊະນະເລີດກ່ອນ” ຂອງສາຍ A.

ຕອບກັບ

ຂ່າວ/ບົດ​ອື່ນ