24 ຊົ່ວໂມງຜ່ານມາ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ຫຼຸດລົງ

(VOVWORLD) - ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 9.146 ຄົນ,  ອັນໃດ້ໄດ້ຍົກຍອດຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ຂຶ້ນເຖິງ 9.486.806 ຄົນ ແລະ ບໍ່ມີຜູ້ເສຍຊີວິດ.
24 ຊົ່ວໂມງຜ່ານມາ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ຫຼຸດລົງ - ảnh 1ໃນທົ່ວປະເທດ ຫວຽດນາມ ໄດ້ສັກຢາທັງໝົດ 221.658.034 ເຂັ້ມ
(ພາບ: Trần Việt/TTXVN)

ນັບແຕ່ເວລາ 16 ໂມງຂອງວັນທີ 2 ມິຖຸນາ ຫາເວລາ 16 ໂມງຂອງວັນທີ 3 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 1.039 ຄົນ, ໃນ 46 ແຂວງ, ນະຄອນ. ນັບແຕ່ເກີດໂລກລະບາດໂຄວິດມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອທັງໝົດ 10.723.673 ຄົນ.

ໃນວັນທີ 3 ມິຖຸນາ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 9.146 ຄົນ,  ອັນໃດ້ໄດ້ຍົກຍອດຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ຂຶ້ນເຖິງ 9.486.806 ຄົນ ແລະ ບໍ່ມີຜູ້ເສຍຊີວິດ.

ຮອດຕອນບ່າຍວັນທີ 3 ມິຖຸນາ, ໃນທົ່ວປະເທດໄດ້ສັກຢາທັງໝົດ 221.658.034 ເຂັ້ມ.

ຕອບກັບ

ຂ່າວ/ບົດ​ອື່ນ