24 ຊົ່ວ​ໂມງ​ຜ່ານ​ມາ, ໂລກ​ໄດ້​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ກ່​ວາ 518.000 ຄົນ

(VOVWORLD) -ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກກ່ວາ 518.000 ຄົນ ແລະ ມີຜູ້ເສຍຊີວິດ 1.924 ຄົນ. ເຢຍລະມັນ, ສ.ເກົາຫຼີ, ອີຕາລີ ແມ່ນບັນດາປະເທດມີຈຳນວນຜູ້ຕິດເຊື້ອໃໝ່ສູງທີ່ສຸດໃນໂລກ, ໃນນັ້ນ ສ.ເກົາຫຼີມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດ ດ້ວຍ 258 ຄົນ.
24 ຊົ່ວ​ໂມງ​ຜ່ານ​ມາ, ໂລກ​ໄດ້​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ກ່​ວາ 518.000 ຄົນ - ảnh 1ປະຊາຊົນຈັດແຖວລໍຖ້າສັກວັກຊິນກັນໂຄວິດ - 19 (ພາບ: Yonhap/ TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 12 ເມສາ (ຕາມເວລາ ຫວຽດນາມ), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດກ່ວາ 499,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 6,2 ລ້ານຄົນ. ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 82,1 ລ້ານຄົນ ແລະ ມີຜູ້ເສຍຊີວິດກ່ວາ 1 ລ້ານຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກກ່ວາ 518.000 ຄົນ ແລະ ມີຜູ້ເສຍຊີວິດ 1.924 ຄົນ. ເຢຍລະມັນ, ສ.ເກົາຫຼີ, ອີຕາລີ ແມ່ນບັນດາປະເທດມີຈຳນວນຜູ້ຕິດເຊື້ອໃໝ່ສູງທີ່ສຸດໃນໂລກ, ໃນນັ້ນ ສ.ເກົາຫຼີມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດ ດ້ວຍ 258 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ