2ວົງດົນຕີຫວຽດນາມເຂົ້າຮ່ວມງານມະໂຫລານດົນຕີJazzສາກົນ

2ວົງດົນຕີຫວຽດນາມເຂົ້າຮ່ວມງານມະໂຫລານດົນຕີJazzສາກົນ - ảnh 1
ງານ​ມະ​ໂຫລານ​ດົນຕີ Jazz ໜຸ່ມ​ສາກົນ​ຄັ້ງ​ທີ 5
(ພາບ: TTXVN)

(vovworld) - ຕອນ​ຄ່ຳ​ວັນ​ທີ 06/05 ງານ​ມະ​ໂຫລານ​ດົນຕີ Jazz ໜຸ່ມ​ສາກົນ​ຄັ້ງ​ທີ 5 ຖື​ກ​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ ກົວ​ລາ​ລຳ​ເປີ ຂອງ ມາ​ເລ​ເຊຍ. ທີ່​ງານ​ມະ​ໂຫລານ​ຄັ້ງ​ທີ 5 ນີ້, ຄະນະ​ຈັດ​ຕັ້ງ​ໄດ້​ເຊີນ 22 ວົງ​ດົນຕີ ທີ່​ມາ​ຈາກ 8 ປະ​ເທດ​ລວມມີ: ປະ​​ເທດ​ເຈົ້າ​ພາບ, ອິນ​ໂດ​ເນ​ເຊຍ, ຟີ​ລີບປິນ, ຫວຽດນາມ, ຍີ່ປຸ່ນ, ອັງກິດ, ​ເຢຍລະ​ມັນ ​ແລະ ​ແອັດສະ​ປາຍ. ຫວຽດນາມ ມີ 2 ວົງ​ດົນຕີ​ເຂົ້າ​ຮ່ວມ​, ນັ້ນ​ແມ່ນ ຟູ​ຊາ ​ແລະ ກຸ່ມ​ບັນດາ​ນັກ​ສຶກສາ​ໂຮງຮຽນ​ວິທະຍາ​ໄລ​ສິລະ​ປະ ຮ່າ​ໂນ້ຍ ​ແລະ ສະ​ຖາ​ບັນ​ດົນຕີ​ແຫ່ງ​ຊາດ.ທ່ານ Nik A.Azmi ຫົວໜ້າ​ຄະນະ​ຈັດ​ຕັ້ງງານ​ມະ​ໂຫລານ ​ໃຫ້​ຮູ້​ວ່າ: ບັນດາ​ນັກ​ສິລະ​ປິນ ຫວຽດນາມ ຍາມ​ໃດ​ກໍ່​ສ້າງ​ຄວາມ​ຈັບ​ອົກ​ຈັບ​ໃຈ. ທີ່​ງານ​ມະ​ໂຫລານ​ຄັ້ງ​ນີ້ ຂ້າພະ​ເຈົ້າ ຮູ້ສຶກ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ຄວາມ​ສາມາດ ​ແລະ ຄວາມ​ຮັກ​ຕໍ່​ດົນຕີ Jazz ຂອງ​ບັນດາ​ວົງ​ດົນຕີ​ດັ່ງກ່າວ​ທີ່​ສຸກ.

 

ຂ່າວ/ບົດ​ອື່ນ